ວັດທາດຝຸ່ນ – LAOZOOM

ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະ ຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາພະພຸດທະເຈົ້າ ຢູ່ທີ່ອິນ ເດຍ ໄດ້ປະຣິນິພານ ກໍ່ໄດ້ພາກັນຈູດເຜົາສົບຂອງພະພຸດທະເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາ ພຸດ ມາເອົາກະດູກຂອງພະພຸດທະເຈົ້າໄປບູຊາ ໂດຍການສ້າງທາດໃສ່. ແຕ່ຊາວຊຽງຂວາງໄປຊ້າ ເລີຍໄດ້ແຕ່ຝຸ່ນ; ຈຶ່ງໄດ້ນຳມາສ້າງໄວ້ໃຈກາງຂອງເມືອງພວນ ໂດຍການສ້າງກວມທາດເກົ່າ ໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ເຊິ່ງກະສັດເມືອງພວນ ອົງທີ 24 ໃນປີ ຈສ 742 ໄດ້ສັ່ງໃຫ້ ສ້າງ. ນອກນັ້ນ ທ່ານຍັງເປັນຜູ້ທີ່ນຳເອົາສາສະໜາພຸດເຂົ້າມາເມືອງພວນ.

ນັບແຕ່ນັ້ນມາ ໃນທຸກໆປີ ໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນແລະກັນ ໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາ ຮອດສະໄໝ ເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ຖືກສົງຄາມ ຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດດັ່ງກ່າວຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.

 (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Q sss

ssss

Q www

www

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM

imageYour request has been submitted successfully.

image