ພຣະທາດປູມປຸກ – LAOZOOM

ພຣະທາດປູມປຸກ ແມ່ນພຣະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນໍ້າທາ, ສ້າງຂຶ້ນ ໃນປີ ຄສ 1628 ເພື່ອເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພຣະທາດດວງເກົ່າໄດ້ຖືກຍົນ ອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ ຂ້າງພະທາດດວງໃໝ່.

ພຣະທາດປູມປຸກ ຕັ້ງຢູ່ຫ່າງ ຈາກເທດສະບານແຂວງຫຼວງນໍ້າທາ ປະມານ 7 ກິໂລແມັດ. ທ່ານສາມາດຂີ່ລົດໂດຍສານ ຫຼື ລົດຖີບໄປເຖິງສະຖານທີ່ດັ່ງກ່າວໄດ້. ປະຈຸບັນຍັງບໍ່ທັນມີປ້າຍອະທິບາຍ ປະຫວັດຄວາມເປັນມາ ຂອງທາດດັ່ງກ່າວ. ບຸນພຣະທາດປູມປຸກ ຈັດຂຶ້ນໃນ ເດືອນກຸມພາ ຂອງທຸກໆປີ.

ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄໍ່າປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພຣະຍານາແລຕາໄຟ ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພຣະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງ ເຫັນດີນຳກັນ ໄດ້ນຳເອົາໄພ່ພົນ ທັງສອງເມືອງ ມາເມືອງຫຼວງຫົວທາ ເພື່ອກໍ່ສ້າງ ພະທາດຜູກໄມຕີກັນຂຶ້ນ 2 ດວງຄື: ດວງທີ 1 ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ; ພຣະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພຣະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງ ເມືອງຊຽງແສນ ແລະ ຕັ້ງນາມພຣະທາດດວງນີ້ວ່າ “ພຣະທາດພູກຸກ ຫຼື ພະທາດພູປຸກ” ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ “ພະທາດປູມປຸກ ອິນທະລົງກາຣາຊາທະນີ” ມາຈົນເຖິງປະຈຸບັນ. ດວງທີ 2 ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ “ພູຜາສາດ” ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນ ບໍລິເວນດັງກ່າວ ແມ່ນຫ່າງຈາກ ບ້ານນໍ້າທຸງ 2 ກິໂລແມັດ ພຣະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພຣະຍານາແລຕາໄຟ ຜູ້ປົກຄອງ ເມືອງຊ້າຍຈັນທະບຸລີ ແຫ່ງອານາຈັກລ້ານຊ້າງ.  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

imageYour request has been submitted successfully.

image