ໜອງຂຽວ – ເມືອງງອຍ – LAOZOOM

ໜອງຂຽວ – ເມືອງງອຍ ເປັນເມືອງນ້ອຍໆ 2 ເມືອງເຊື່ອມຕໍ່ກັນ ເຊິ່ງຂຶ້ນກັບແຂວງຫຼວງພະບາງ ແລະ ຕັ້ງຢູ່ກາງພູເຂົາທີ່ສວຍງາມແຄມຝັ່ງແມ່ນໍ້າອູອັນເປັນແມ່ນໍ້າໃຫຍ່ທາງພາກເໜືອຂອງລາວ ຫ່າງຈາກເມືອງຫຼວງພະບາງປະມານ 150 ກມ, ໃຊ້ເວລາເດີນທາງປະມານ 2 ຊົ່ວໂມງ. ຈຸດເດັ່ນຂອງໜອງຂຽວ – ເມືອງງອຍ ຢູ່ທີ່ນັກເດີນທາງສາມາດເລືອກເດີນທາງກັບໂດຍເຮືອລ່ອງຕາມນໍ້າອູເຊື່ອມຕໍ່ກັບແມ່ນໍ້າຂອງທີ່ບ້ານປາກອູ ອັນເປັນທີ່ຕັ້ງຂອງຖໍ້າຕິ່ງແລ້ວລ່ອງນໍ້າຂອງສູ່ຫຼວງພະບາງຕໍ່ ໃຊ້ເວລາປະມານ 5 ຊົ່ວໂມງ ເອີ້ນວ່າມາທາງບົກກໍໄດ້ ທາງເຮືອກໍສະດວກ.

ໜອງຂຽວ ກັບ ເມືອງງອຍ ເປັນຄົນລະສະຖານທີ່ແຕ່ກໍມີຄວາມຜູກພັນກັນ, ເມືອງງອຍເປັນເມືອງເກົ່າແກ່ແຄມແມ່ນໍ້າອູຕອນກາງເຊິ່ງຂຶ້ນກັບເມືອງຫຼວງພະບາງ ຕໍ່ມາເມື່ອມີການຕັດຖະໜົນຈາກຫຼວງພະບາງ ທາງການກໍໄດ້ສ້າງຂົວຂ້າມແມ່ນໍ້າບໍລິເວນໜອງຂຽວ ເພື່ອຈະມຸ່ງໜ້າໄປທາງເມືອງຊໍາເໜືອ ແຂວງຫົວພັນ ບໍລິເວນທີ່ຕັ້ງຂອງຂົວດັ່ງກ່າວຈຶ່ງກາຍເປັນຊຸມຊົນໃໝ່ ເຊິ່ງມີຊາວບ້ານຈາກເມືອງງອຍຍ້າຍຖິ່ນຖານໄປຕັ້ງບ້ານເຮືອນຢູ່ບໍລິເວນໜອງຂຽວ ແລະ ເມື່ອມີການທ່ອງທ່ຽວມາເຖິງ ໜອງຂຽວຈຶ່ງກາຍເປັນບ້ານໃຫຍ່ທີ່ຄຶກຄັກ ແລະ ຫຼາກຫຼາຍສີສັນກວ່າເມືອງງອຍໃນທີ່ສຸດ ແຕ່ວ່າການເຊື່ອມໂຍງລະຫວ່າງເມືອງງອຍ ກັບ ໜອງຂຽວກໍຍັງມີຕໍ່ເນື່ອງສະໝໍ່າສະເໝີ, ມີເຮືອໂດຍສານປະຈໍາທາງ ແລະ ມີເຮືອໃຫ້ເໝົາດ້ວຍການເດີນທາງໄລຍະສັ້ນໆ ເພື່ອຊົມທິວທັດສອງຂ້າງທາງແບບເພີດເພີນໄປກັບທໍາມະຊາດບໍ່ເຖິງຊົ່ວໂມງກໍຮອດ ໃນລະຫວ່າງທາງອາດຈະພົບເຫັນນັກທ່ອງທ່ຽວທີ່ໃສ່ຊຸດບີກີນີ – ຊຸດລອຍນໍ້າ ຕາມຫາດຊາຍ ຫຼື ພາຍເຮືອແຄນູ

ນອກຈາກນີ້ ໜອງຂຽວກໍກໍາລັງພັດທະນາເປັນສູນຂອງການທ່ອງທ່ຽວແບບຜະຈົນໄພ, ປີນຜາ, ແຄນູ ( Cano ), ຄະຢັດ ( Kayaking ) ແລະ ອື່ນໆ, ໃນຕະຫຼາດກໍມີກິດຈະການທົວທີ່ເປີດໃຫ້ບໍລິການທ່ອງທ່ຽວກາງແຈ້ງລັກສະນະດັ່ງກ່າວມາແລ້ວ. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image