ອ່າງນ້ຳຕຽນ – LAOZOOM

ອ່າງນ້ຳຕຽນ ຕັ້ງຢູ່ບ້ານໂນນສະຫວັນ ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 6 ກິໂລ ແມັດ. ການເຂົ້າເຖິງແມ່ນມີເສັ້ນທາງລົດ ໄປຫາອ່າງນ້ຳຕຽນ ມີຄວາມສະດວກສະບາຍ, ໃຊ້ເວລາປະມານ 15 ນາທີ. ປະຫວັດຄວາມເປັນມາ ອ່າງນ້ຳຕຽນ ໄດ້ຖືກກໍ່ສ້າງໃນປີ 1999 ແລະ ເປີດນຳໃຊ້ ປີ 2002.

ລັກສະນະຂອງອ່າງ ເປັນອ່າງເກັບນ້ຳ ເພື່ອສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ. ຢູ່ບໍລິເວນອ່າງນ້ຳຕຽນ ຍັງມີຮອຍພະບາດ ແລະ ທິວທັດທຳມະຊາດທີ່ງົດງາມ ເໝາະແກ່ການພັກຜ່ອນຢ່ອນໃຈ. ສະນັ້ນ, ມັນຈຶ່ງຖືກພັດທະນາ ໃຫ້ເປັນສະຖານທີ່ທ່ອງທ່ຽວ ເຊິ່ງມີສິ່ງຮອງຮັບສຳລັບ ນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ເຮືອບໍລິການນຳທ່ຽວ. ນອກຈາກນີ້ແລ້ວ, ຢູ່ບໍລິເວນດັ່ງກ່າວ ຍັງມີສູນອະນຸລັກຊ້າງ ສຳລັບນັກທ່ອງທ່ຽວທີ່ສົນໃຈ ໃນການຂີ່ຊ້າງ ຫຼື ສຶກສາຂໍ້ມູນກ່ຽວກັບຊ້າງອີກດ້ວຍ.

ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image