ສວນເຈົ້າອານຸວົງ – LAOZOOM

ເມື່ອທ່ານໄດ້ເນີນທາງມາຮອດ ນະຄອນຫຼວງວຽງຈັນ, ພໍຕົນແລງມາພວກເຮົາຂໍແນະນໍາໃຫ້ທ່ານ ຢ່າງເລາະຊົມສວນເຈົ້າອານຸວົງ ເຊິງເປັນກະສັດອົງສຸດທ້າຍຂອງອານະຈັກລາວລ້ານຊ້າງ. ສວນດັ່ງກ່າວ ຕັ້ງຢູ່ແຄມແມ່ນໍ້າຂອງ ຖະໜົນເຈົ້າຟ້າງຸ່ມ ເຊິ່ງຫາກໍ່ໄດ້ຮັບການປັບປຸງໃຫ້ມີຄວາມສວຍງາມຂື້ນໃນບໍ່ດົນມານີ້. ສວນເຈົ້າອານຸວົງ ມີຮູບປັ້ນເຈົ້າອານຸວົງ ທີ່ສູງ 17 ແມັດຕັ້ງຢູ່ຢ່າງສະຫງ່າຜ່າເຜີຍ ແລະ ຫັນໜ້າໄປທາງແມ່ນໍ້າຂອງ. ຮູບປັ້ນດັ່ງກ່າວ ຖຶກຫຼໍ່ຂື້ນຈາກ ທອງແດງ ແລະ ມີນໍ້າຫລັກທັງໝົດ 8 ໂຕນ.

ນອກຈາກນັ້ນ, ສວນເຈົ້າອານຸວົງ ຍັງມີເດີ່ນຫຍ້າອັນກວ້າງໃຫຍ່ປົກຄູມໄປດ້ວຍຕົ້ນໄມ້ທີ່ຂຽວສົດງົດງາມ, ເດີ່ນຫລີ້ນ ແລະ ອອກກຳລັງກາຍ ເພື່ອພັກຜ່ອນຍອນໃຈກັບຄອບຄົວ ແລະ ໝູ່ເພື່ອ ຫຼັງຈາກເລີກວຽກງານໃນຍາມແລງ. ບໍ່ພຽງແຕ່ເທົານັ້ນ, ສວນດັ່ງກ່າວ ຍັງມີອາຫານແຊບໆ ທີ່ບັນດາພໍ່ຄ້າ ແລະ ແມ່ຄ້າມາຂາຍໃຫ້ທ່ານນໍາອີກ.

ຕະຫຼາດກາງຄືນແຄມຂອງ

ຕະຫຼາດກາງຄືນແຄມຂອງ ຕັ້ງຢູ່ແຄມແມ່ນໍ້າຂອງ, ຖະໜົນເຈົ້າຟ້າງູ້ມ ເຊິງບໍ່ໄກຈາກສວນເຈົ້າອະນຸວົງ ແລະ ໃກ້ກັບສາມແຍກປາກປາສັກ. ທຸກໆແລງຈະມີພໍ່ຄ້າ ແລະ ແມ່ຄ້າພາກັນມາເປີດຮ້າຍຂາຍເຄື່ອງຂອງຕ່າງໆ ບໍ່ວ່າຈະເປັນເສື້ອຜ້າ, ເກີບ, ກະເປົາ, ເຄື່ອງໃຊ້ຂອງສອຍ ແລະ ຂອງທີ່ລະນຶກຕ່າງໆ ລຽງລາຍໄປຕາມເສັ້ນທາງຍ່າງທີ່ຍາວປະມານ 1 ກິໂລແມັດ. ຕະຫຼາດກາງຄືນແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມຫຼາຍສຳລັບນັກທ່ອງທ່ຽວ ທັງຊາວລາວ ແລະ ຊາວຕ່າງປະເທດເຊິ່ງມັນຍ່າງເລາະຊົມ ແລະ ເລືອກຊື້ເຄື່ອງພ້ອມທັງເລາະຊື້ອາຫານແຊບໆ ຫຼາກຫຼາຍປະເພດ. ຕະຫຼາດກາງຄືນແຄມຂອງເປີດບໍລິການທຸກມື້ເລີມແຕ່ເວລາ 17:00 – 22:00 ໂມງ  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image