ສວນວັດທະນະທຳຊຽງຄວນ – LAOZOOM

ສວນວັດທະນາທຳຊຽງຄວນ ຕັ້ງຢູ່ເທິງຟັ່ງແມ່ນໍ້າຂອງເຂດບ້ານຊຽງຄວນ ເມື່ອງຫາດຊາຍຟອງ, ໄກ້ກັບຂົວມິດຕະພາບລາວ – ໄທ ແຫ່ງທີ່ໜື່ງ ຫ່າງຈາກຈູດໃຈກາງຂອງນະຄອນຫລງວຽງຈັນໄປທາງໃຕ້ປະມານ 24 ກິໂລເມັດ.

ສວນວັດທະນາທໍາແຫ່ງນີ້ ຖືກສ້າງຂື້ນໃນປີ ຄ.ສ 1958 ໂດຍປູ່ ບູນເຫຼືອ ສຸລິຣັດ ເຊິ່ງປະກອບຮູບປັ້ນ ຢັ້ງຢາຍກວ່າ 200 ແບບ ໃນນັ້ນມີທັງຮູບຄົນ,ຮູບຜີ ເທວະດາ, ພະ, ສັດເດລະສານ ແລະ ອື່ນໆ ທີ່ຢູ່ໃນອະລິຍະປົດຕ່າງໆ ແລະ ມີການປະສົມປະສານລະຫວ່າງຄະຕິພຸດ ແລະ ຮີນດູຊວນໃຫ້ເກີດຄວາມຮູ້ສ້ກຊື່ນຊົມ, ອັດສະຈັນ ແລະ ຜິດສະຫວົງສົງໃສ ປະປົນກັັນໄປເມື່ອພົບເຫັນ.

ສິ່ງທີ່ໂດດເດັ່ນຢູ່ໃນອຸທະຍານແຫ່ງນີ້ ກໍ່ຄືພະພຸດທະຮູບປາງນອນ (ປາງພຸດທະໄສຍາດ) ທີ່ມີຄວາມຍາວປະມານ 50 ແມັດ ແລະ ປະຕິມາກຳລາຫູຍັກ ທີ່ກຳລັງອາປາກຢູ່ ເຊິ່ງເປັນປະຕູເດີນທາງຂື້ນສູ່ສະຫວັນຊັ້ນ 7 ( ອອກຈາກປາກລາຫູໄປສູ່ຊັ້ນດາດຟ້າ). ສິ່ງເຫຼົ່ານີ້ ໄດ້ສ້າງຄວາມສົນໃຈ ແລະ ສິງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວຊົມເປັນຈຳນວນຫຼວງຫຼາຍ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Laozoom – ສູນລວມ ແຫຼ່ງທອງທ່ຽວ ໃນລາວ

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image