ວັດ​ສີ​ເມືອງ – LAOZOOM

ວັດ​ສີ​ເມືອງ ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ ຢູ່​ເຂດ​ບ້ານສີ​ເມືອງ, ​ເມືອງ ຈັນທະ​ບູລີ ​ເຊິ່ງມີ​ປະຫວັດ​ອັນ​ເກົ່າ​ແກ່ ​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​​ໄໝກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນໜຶ່ງຊື່ວ່າ​ ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດດ​ລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​ໄປ​ພ້ອມ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈຶ່ງ​ເປັນ​ທີ່ມາ​ຂອງ​ຊືວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວ່າ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງ​ທາງ​ໃຈ​ໃຫ້​ແກ່​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່ ທີ່​ຊາວ​ຕ່າງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າມາ​ສຶກສາ ​ແລະ ທ່ຽວຊົມ​ເປັນ​ຈຳນວນ​ຫຼວງຫຼາຍ.

ປັດຈຸບັນ, ປະຊາຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ພາກັນ​ເຂົ້າມາ​ສັກກະ​ລະ​ບູຊາ-ກາບ​ໄຫວ້​ວັດ​ສີ​ເມືອງ​ທຸກໆມື້ ​ໂດຍ​ສະ​ເພາະ​ວັນ​ອັງຄານ ​ແລະ ວັນ​ສິນ​ ຄົນ​ສ່ວນ​ໃຫຍ່​ ແມ່ນ​ມັກ​ມາ​ຂໍ​ພອນ, ເສຍ​ເຄາະ ບູຊາ​ໂຊກ, ມາ​ບະ-ມາ​ບົນ​ນຳ​ເຈົ້າ​​ແມ່​ສີ​ເມືອງ​ ໃນ​ສິ່ງ​ທີ່​ຕົນປາດ​ຖະໜາ ​ແລະ ​ເມື່ອ​ສົມ​ຫວັງ​​ແລ້ວ​ກໍ​ມາ​ແກ່​ບະ​ຢູ່​ທີ່ນີ້ ຕາມ​ຄວາມ​ເຊື່ອ​ຂອງ​​ແຕ່ລະຄົນ. ທຸກໆປີ​ໃນ​ມື້​ຂຶ້ນ 15 ຄ່ຳເດືອນ 12 ຂອງ​ລາວ​ ​ເຊິ່ງກົງ​ກັບ​ມື້ບຸນ​ນະມັດສະການ​ພະທາດ​ຫລວງ ຈະ​ມີ​ພິທີ​ແຫ່​ປະສານ​ເຜິ​ງ ​ເຊິ່ງ​ເລີມ​ຕົ້ນ​ແຮ່ຈາກ​ວັດ​ສີ​ເມືອງ​ແຫ່ງ​ນີ້​ໄປ​ຫາ ພຣະທາດຫລວງ​ວຽງຈັນ. ວັດ​ສີ​ເມືອງ​ເປີດ​ໃຫ້​ຄົນ​ເຂົ້າທ່ຽວຊົມ ​ແລະ ກາບ​ໄຫວ້​ບູຊາ​ທຸກມື້ ຕັ້ງ​ແຕ່ຕອນ​​ເຊົ້າມືດ​ຈົນ​ເຖິງ​ຄ່ຳ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image