ວັດ​ສີສະ​ເກດ – LAOZOOM

ວັດ​ສີສະ​ເກດ ​ເປັນ​ວັດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ ​ເພາະວ່າ​ເປັນ​ວັດ​ດຽວ ທີ່​ລອດ​ພົ້ນຈາກ​ການ​ຈູດ​ເຜົາ​ທຳລາຍ​ຂອງ​ສັກ​ດີນາ​ຕ່າງ​ດ້າວ ​ທີ່​ມາ​ຮຸກ​ຮານ​ລາວ ​ໃນ​ລະຫວ່າງ​ປີ ຄສ 1827-1828. ວັດ​ສີສະ​ເກດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ ຄສ 1818​ ​ໂດຍ​ການ​ນຳພາ​ຂອງ​ເຈົ້າອານຸວົງ, ກະ​ສັດ​ອົງ​ສຸດ​ທ້າຍ​ ຂອງຣາຊະ​ວົງວຽງຈັນ ​ແລະ ມີ​ຄວາມ​ພິ​ເສດ​ທີ່​ສຸດ​ ​ເນື່ອງ​ຈາກ​ວ່າ ​ເປັນ​ວັດ​ທີ່ບັນຈຸ​ຫໍ​ໄຕ​ປີດົກ, ກຸດຕິ​ຂອງ​ເຈົ້າ​ເພັດຊະຣາຊ ​ແລະ ຢູ່​ຕາມ​ຝາ​ດ້ານ​ໃນ​ຂອງ​ສິມ ​ກໍ່​ມີ​ຮູ​ບ​ແຕ້ມ​ລວດລາຍງົດ​ງາມ.

ບໍລິ​ເວນ​ວັດ ​ມີ​ກົມ​ມະລຽນອ້ອມ​ສີ່​ດ້ານ, ​ແຕ່​ລະ​ດ້ານ ​ມີ​ພຣະພຸດທະ​ຮູບ​ນ້ອຍ​ທີ່​ເຮັດດ້ວຍ​ປະທາຍ​ເພັດ ລວມມີ 120 ອົງ. ສ່ວນ​ຢູ່​ຂ້າງ​ອຸ​ໂບສົດ​ມີ​ພຣະພຸດທະ​ຮູບ​ປະທານ​ອົງ​ໃຫຍ່​ອັນ​ສັກສິດ, ຢູ່​ຂ້າງ​ກ້ຳຊ້າຍ ​ແລະ ຂວາ​ຂອງ​ພຣະປະທານ ກໍ​ມີ​ພຣະພຸດທະ​ຮູບ​ທອງ​ຫລໍ່ ປາງ​ຫ້າມ​ຍາດ 2 ອົງ ​ເຊິ່ງ​ເຈົ້າອານຸວົງ ​ໄດ້​ສ້າງ​ໄວ້​ເທົ່າ​ກັບ​ເລົ່າ​ຄີງ​ຂອງ​ເພິ່ນ​ເອງ.

ນອກ​ນັ້ນ ຢູ່​ຕາມ​ຊ່ອງ​ຝາ​ດ້ານ​ໃນ​ສິມ ​ກໍ​ຍັງ​ມີ​ພຣະພຸດທະ​ຮູບອົງ​ນ້ອຍໆ ລວມທັງໝົດ 2052 ອົງ ​ເຊິ່ງ​ໃນ​ນັ້ນ​ເຮັດ​ດ້ວຍ​ເງິນ​ບຸ 276 ອົງ. (​ເວລາ​ເປີດ​ໃຫ້​ເຂົ້າທ່ຽວຊົມ​ແມ່ນ​ເລີ່​ມ​ແຕ່ 8:00-17:00 ​ໂມງ ຂອງ​ທຸກໆມື້) (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image