ວັດສີບຸນເຮືອງ (ວັດບ້ານໃຫຍ່) – LAOZOOM

ວັດສີບຸນເຮືອງ (ວັດບ້ານໃຫຍ່) ຕັ້ງຢູ່ບ້ານໃຫຍ່ ເຊິ່ງເປັນບ້ານວັດທະນະທຳ, ຕັ້ງຢູ່ເທດສະບານເມືອງໄຊຍະບູລີ. ການເຂົ້າເຖິງ ທ່ານສາມາດ ໄປກາບໄຫວ້ ຫຼື ຊົມຄວາມງາມຂອງວັດສີບຸນເຮືອງ ໄດ້ໂດຍທາງລົດ.

ປະຫວັດຄວາມເປັນມາ ວັດສີບຸນເຮືອງຖືກສ້າງຂຶ້ນໃນປີ 1456. ໃນສະໄໝກ່ອນເປັນວັດທີ່ສ້າງດ້ວຍໄມ້, ໃນໄລຍະຫຼາຍປີທີ່ຜ່ານ ວັດໄດ້ຖືກໄຟໄໝ້ເປັນເວລາຫຼາຍຄັ້ງ. ດັ່ງນັ້ນ ຈຶ່ງເຮັດໃຫ້ໜັງສືໃບລານ ແລະ ເລື່ອງລາວຕ່າງໆພາຍໃນວັດ ຖືກໄຟໄໝ້ຈົນໝົດ. ຕໍ່ມາວັດສີບຸນເຮືອງ ໄດ້ຖືກສ້າງຂຶ້ນໃໝ່ໃນປີ 2010. ພະນອນທີ່ມີຄວາມຍາວ 6 ແມັດ ໄດ້ຖືກສ້າງສຳເລັດ. ຢູ່ໃນວັດແຫ່ງນັ້ນຍັງມີພະອົງໜຶ່ງຊື່ວ່າ: “ພະປັດຈານໃຈ” ເປັນພະພຸດທະຮູບ ທີ່ໄດ້ຖືກເກັບມ້ຽນໄວ້ເປັນຢ່າງດີ ຕັ້ງແຕ່ອາດີດເຖິງປະຈຸບັນ ເຊື່ອກັນວ່າ: ມີອາຍຸ 600  ກວ່າປີ,

ປະຊາຊົນຊາວແຂວງໄຊຍະບູລີ ມີຄວາມເຊື່ອວ່າ: ພະອົງນີ້ເປັນພະທີ່ສັກສິດ; ເວລາມີການເດີນທາງຊາວພຸດ ໂດຍສະເພາະ ຊາວແຂວງໄຊຍະບູລີ ກໍ່ຈະໄປຂໍພອນ ເພື່ອໃຫ້ເພິ່ນ ປົກປັກສັກສາ ເດີນທາງດ້ວຍຄວາມປອດໄພ. ຖ້າທ່ານໄດ້ມາຢ້ຽມຢາມແຂວງໄຊຍະບູລີ ກໍ່ຂໍໃຫ້ທ່ານໄປກາບໄຫວ້ຂໍພອນ ເພື່ອຄວາມເປັນສິຣິມຸງຄຸນ. ທຸກມື້ຂຶ້ນ 13–15 ຄ່ຳ ຂອງເດືອນ 3 ລາວ ເຊິ່ງກົງກັບເດືອນ 2 ສາກົນ ຈະມີການຈັດງານບຸນພະເວດ (ແຫ່ຜີໂຂນ) ຂຶ້ນຢູ່ທີ່ວັດສີບຸນເຮືອງ ເຊ່ິ່ງຂະບວນແຫ່ຈະເລີ່ມຕັ້ງແຕ່ 4 ໂມງແລງ ຈາກປ່າຊ້າຈົນຮອດ 7 ໂມງແລງ ຂອງທຸກໆມື້. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image