ວັດພູຈຳປາສັກ – LAOZOOM

ສະຖານບູຮານວັດພູ ຕັ້ງຢູ່ບົນເປີ້ນພູເຂົາ ປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະ ແມ່ນໍ້າຂອງ ວິຫານເອງ ແມ່ນປະດິດສະຖານຢູ່ບົນຖ້ານ ເທິງສຸດຂອງເປີ້ນພູ ເຊິ່ງມີຄວາມສຸງຈາກລະດັບນໍ້າທະເລປະມານ 200 ແມັດ ແລະ ເປັນບ່ອນທີ່ມີນໍ້າທຳມະຊາດໄຫຼລິນອອກຈາກເງີບຫີນ. ສ່ວນວ່າໂຄງສ້າງອື່ນໆ ຂອງກຸ່ມສະຖານບູຮານທັງໝົດ ແຜນຜັງແບບຢຶດແນວເສັ້ນແກນຕາເວັນອອກ ຕາເວັນຕົກເປັນຫຼັກ ແລະມີລວງຍາວທັງໝົດປະມານ 1,400 ແມັດ, ຊຶ່ງເຊື່ອມຕໍ່ພື້ນທີ່ຮາບພຽງຈຳປາສັກ ຂື້ນຫາເປີ້ນພູ. ການອອກແບບແຜນຜັງລວມ ແມ່ນແນ່ໃສ່ເປີດທາງເຂົ້າຈາກທິດຕາເວັນອອກ ເພື່ອເຮັດໃຫ້ສາະນິກກະຊົນທັງຫຼາຍ ມີຄວາມປະທັບໃຈໃນຄວາມສັກສິດຂອງສະຖານທີ່ຕັ້ງແຫ່ງນີ້, ທັງສາມາດແນມເຫັນພູສັກສິດ ລິງຄະປະວະຣະວະຕະ ທີ່ຕັ້ງຢູ່ດ້ານຫຼັງໄດ້ຢ່າງຊັດເຈນ. ການອອກແບບແຜນຜັງແບບຍຶດແນວເສັ້ນແກນເປັນຫລັກນີ້ ຖືວ່າພົບເຫັນໜ້ອຍທີ່ສຸດຢູ່ໃນສາສະນະສະຖານຂອງຂອມ  ໂດຍສ່ວນຫຼາຍແມ່ນນຳໃຊ້ລວມສູນ ແລະ ສ່ອງແສງໃຫ້ເຫັນການນໍາໃຊ້ພື້ນທີ່ທາງທຳມະຊາດ ໃຫ້ເກີດປະໂຫຍດສູງສຸດ ໄດ້ຢ່າງກົມກຶນ ໂດຍມີລິງຄະປະຣະວະຕາເປັນຈຸດສູນກາງ. ຢູ່ຖານລຸ່ມສຸດ ໂດຍເລີ່ມຈາກທິດຕາເວັນອອກມີໜອງສະໃຫຍ່ຂະໜາດ 200 x 600 ແມັດ, ອາດຈະສ້າງຂື້ນໃນລະຫວ່າງສະຕະວັດທີ່ 10 -11, ຂອບສະດ້ານຕາເວັນຕົກ ມີການກໍ່ສ້າງເປັນແຖ່ນລະບຽບຫີນ, ມີການຈັດວາງຢ່າງປານີດ, ແຕ່ປະຈຸບັນໄດ້ຖືກເພພັງ ແລະ ເຕັມໄປດ້ວຍສິ່ງປະຫຼັກຫັກພັງຢັ່ງຢາຍບໍ່ເປັນລະບຽບຈາກການສ້າງສາລາໃນປີ 1958.  ຢູ່ດ້ານເໜືອ ຍັງມີໜອງສະໃຫຍ່ ອີກສອງໜອງ ທີ່ສ້າງດ້ວຍວິທີການປ້ານຄັນຄູກັ້ນດີນ ໝາຍຄວາມວ່າບໍ່ໄດ້ຂຸດ, ໜື່ງໃນໜອງສະນີ້, ໜ່ວຍໜື່ງຕິດກັບໜອງສະໃຫຍ່ ແມ່ນສ້າງຂື້ນໃນສະຕະວັດທີີ່ 11 ຫາຕົ້ນສະຕາວັດ 12 ຈາກແຖ່ນຫີນຂອບໜອງສະເປັນຈຸດເລີ່ມຕົ້ນຂອງເສັ້ນທາງເດີນຈົງກົມຊຶ່ງປະດັບດ້ວຍເສົາເສ ລຽງລາຍຢູ່ຕາມສອງຂອບຂ້າງຂອງເສັ້ນທາງຫຼັກ.

      ກຸ່ມສະຖານທີ່ບູຮານວັດພູ ຖືກສ້າງຂື້ນບົນ 6 ຖ້ານທີ່ແຕກຕ່າງກັນ, ຖ້ານທີ່ໜື່ງມີຄວາມກ້ວາງຈາກທິດຕາເວັນອອກ ຫາທິດຕາເວັນຕົກຫຼາຍກວ່າ 130 ແມັດ, ດ້ານໜ້າປະກອບດ້ວຍສອງອາຄານໃຫຍ່ເປັນຮູບສີ່ຫຼ່ຽມທີ່ເຮັດດ້ວຍຫີນກ້ວາງ 44 ແມັດ, ແຕ່ລະອາຄານເປັນຮູບ 4 ຫຼ່ຽມ, ມີກົມພະລຽນອ້ອມ

       ສະໜາມຫຍ້າທີ່ມີຂະໜາດ 62×42 ແມັດ, ອາຄານທັ້ງສອງຕັ້ງຢູ່ກົງກັນຂ້າມກັນ ແລະ ຂະໜານກັບເສັ້ນສະແກນ, ຫ້ອງໂຖງດ້ານໜ້າເປັນ 4 ຫຼ່ຽມເປີດໄປສູ່ສະໜາມຫຍ້າ ໂດຍມີທາງເຂົ້າສູ່ອາຄານທີ່ແກະສະຫຼັກດ້ວຍລວດລາຍ ແລະ ເປັນປະຕູເຊື່ອມຕໍ່ໄປຍັງກົມມະລຽນອີກ 3 ດ້ານ. ອາຄານເຫຼົ່ານີ້ໃນເມື່ອກ່ອນເອີ້ນວ່າ: ພະລາດຊະວັງ. ເຖິງຢ່າງໃດກໍ່ດີ ນັກຄົ້ນຄ້ວາໄດ້ມີການສັນນິຖານວ່າ ສະຖານທີ່ແຫ່ງນີ້ ອາດຖືກນຳໃຊ້ປະໂຫຍດໃນທາງສາດສະນາໂດຍໃຊ້ເປັນສະຖານທີ່ຮັບຮອງພະສົງ ຫຼື ນັກສະແຫວງບຸນ ໃນໄລຍະດໍາເນີນພິທີທາງສາດສະໜາ. ຮູບແບບທາງສະຖາປັດຕະຍາກໍາແບບໂກະເກີ (koh ker) ຊຶ່ງເລີ່ມຕົ້ນໃນຍຸກສະຕະວັດທີ 11.

         ເນື້ອທີ່ທາງທິດຕາເວັນຕົກຂອງຖ້ານທີໜື່ງນີ້ ເປັນພື້ນທີ່ຫວ່າງເປົ່າ ແລະ ຄ່ອຍໆລາດຊັນຂື້ນໄປຫາຕີນຂອງຖ້ານທີ່ສອງ. ລຽບຕາມສອງຂ້າງຂອງທາງຍ່າງຖືກປະດັບດ້ວຍເຫລັກເສົາເສ ວ່າງເປັນໄລຍະຫ່າງທີ່ສະໝໍ່າສະເໝີ ແລະ ຍັງມີຮ່ອງຮອຍຂອງໂຄງສ້າງເໝືອນກົມມະລຽນ ຊຶ່ງຄໍ້າດ້ວຍເສົາຫີນໂຄງຫຼັງຄາເຮັດດ້ວຍໄມ້ ແລະ ມຸງດ້ວຍດີນຂໍ. ຢູ່ທາງດ້ານໃຕ້ມີອາຄານຮູບສີ່ຫຼ່ຽມຂະໜາດນ້ອຍຫຼັງໜື່ງທີ່ສ້າງດ້ວຍຫີນຊາຍ ເປີດປະຕູສູ່ທິດເໜືອ ແລະ ໃຕ້, ປະຊາຊົນເອີ້ນວ່າໂຮງງົວອຸສຸພະລາດ, ຖືກສ້າງຂື້ນໃນສະຕະວັດທີ່ 11.  ສ່ວນຈຸດປະສົງອັນແທ້ຈິງໃນການສ້າງຫໍໄຫວ້ຫຼັງນີ້ຍັງບໍ່ທັນເປັນທີ່ຊັດເຈນເທື່ອ. ບາງທີອາດຈະເປັນຈຸດຕົ້ນທາງທີ່ເຊື່ອມຕໍ່ໄປສູ່ເສັ້ນທາງບູຮານໃນຍຸກນັ້ນເພາະທີ່ຕັ້ງຂອງອາຄານຫລັງນີ້ແມ່ນຕົງກັບສົ້ນສຸດຂອງເສັ້ນທາງບູຮານນີ້ເອງ. ອາຄານດ່ຽວປະເພດນີ້ ທີ່ມີໂຄງສ້າງເປັນຮູບສີ່ລ່ຽມຍາວເປີດປະຕູໄປສູ່ສອງທິດ ຖືວ່າຫາຍາກທີ່ສຸດ ໃນສະຖາປັດຕະຍະກໍາຂອງຊາວຂະແມ. ຈາກການສຳຫຼວດພາກສະໜາມໃນປີ 1998 ໄດ້ພົບຮ່ອງຮອຍຂອງອາຄານ ທີ່ມີຂະໜາດຄ້າຍຄືກັນນີ້ ທີ່ມີໂຄງສ້າງເປັນຮູບສີ່ລ່ຽມຍາວ ເປີດປະຕູໄປສູ່ສອງທິດ ຖືວ່າຫາຍາກທີ່ສຸດໃນສະຖາປັດຕະຍະກຳຂອງຊາວຂະແມ. ຈາການສຳຫຼວດພາກສະໜາມໃນປີ 1998. ໄດ້ພົບຮອງຮອຍຂອງອາຄານ ທີ່ມີຂະໜາດຄ້າຍຄືກັນນີ້ອີກຢູ່ທິດເໜືອຂອງເສັ້ນທາງແກນກາງ ກົງກັນຂ້າມກັບໂຮງງົວນີ້ເອງ ແລະ ຍັງພົບຊາກຂອງສະຖານບູຮານອີກຈຳນວນໜື່ງຢູ່ທາງທິດຕາເວັນຕົກສ່ຽງເໜືອ. ລະດັບສູງຈາກຖ້ານທີໜື່ງຂື້ນໄປປະມານ 2 ແມັດເປັນກຳແພງກັນເຈື່ອນຂອງຖ້ານທີສອງ. ຖ້ານນີ້ປະກອບ ສ້າງເປັນສະພານ ເຊື່ອມຕໍ່ນີ້ມີໂຄງສ້າງຂະໜາດນ້ອຍອີກສອງແຫ່ງຊຶ່ງເປັນບ່ອນປະດິດສະຖານຮູບແກະສະຫຼັກຂອງທະວະຣະບານ ຫຼື ຜູ້ຮັກສາປະຕູ, ສ້າງໃນສະຕະວັດທີ 13. ໃນນີ້ມີຮູບແກະຫຼັກຂອງທະວາຣະບານທີ່ຍັງສົມບູນຢູ່ອົງໜື່ງຕັ້ງຢູ່ໃນສະພາບສົມບູນດີ. ຍັງມີຮູທະວາຣະບານ ບໍ່ມີສຽນອີກສອງອົງ ແລະ ຊີ້ນສ່ວນອີກຈຳນວນໜື່ງທີ່ຢັ່ງຢາຍຢູ່ບໍລິເວນໃກ້ຄຽງແຕ່ບໍ່ແມ່ນຈຸດທີ່ຕັ້ງເດີມ.

ຈາກນັ້ນມີຂັ້ນໄດ້ອັນໜື່ງປະກອບສ້າງເປັນສະພານຍາວກໍ່ຍົກລະດັບມີຝາກໍາແພງກັນເຈື່ອນທັງສອງຂ້າງ ອັນເປັນເສັ້ນທາງເຊື່ອມຕໍ່ເຂົ້າຫາພື້ນທີ່ຂອງຖ້ານທີ່ສາມ. ເສັ້ນແກນກາງຂອງຂັ້ນໄດນີ້ ມີຄວາມຍາວ 75 ແມັດ,  ແລະ ລາດຊັນຂື້ນໄປເປັນລໍາດັບມີຄວາມສູງເຖິງ 15 ແມັດ, ສອງຟາກຂ້າງເປັນພື້ນທີ່ຫວ່າງເປົ່າ ແລະ ເປັນເນີນພູທຳມະຊາດ.

       ຖ້ານທີສີ່ ເຊິ່ງມີຄວາມກ້ວາງປະມານ 20 ແມັດ, ກັ້ນດ້ວຍກໍາແພງກັນເຈື່ອນທີ່ສູງ, ເດີມແທ້ມີຂັ້ນໄດ 3 ອັນຂື້ນຫາຖ້ານນີ້, ຂັ້ນໄດສ່ວນທາງກາງຖືກດັດແປງ ແລະ ກໍ່ເພິ່ມເຕີມໃນຍຸກຕໍ່ມາດ້ວຍປ່ຽນຫີນທີ່ຖືກນໍາໃຊ້ແລ້ວ. ຢູ່ຖ້ານນີ້ມີຫໍໄຫວ້ກໍ່ດ້ວຍດິນຈີ່ 6 ໜວຍ, ຊຶ່ງແຕ່ລະຂ້າງຂອງເສັ້ນທາງຫຼັກມີ 3 ໜ່ວຍຫໍໄຫວເຫຼົ່ານີ້ຕັ້ງຢູ່ໃນແນວເສັ້ນຊື່ດຽວກັນຕາມທິດເໜືອ – ໃຕ້. ຢູ່ດ້ານໃນຂອງຫໍໄຫວ້ແຕ່ລະຫຼັງມີສິວະລິງຄະປະດິດສະຖານຢູ່. ອີງຕາມຮູບແບບການກໍ່ສ້າງຂອງຫໍໄຫວ້ ແລະ ຮູບແບບສິລະປະຂອງລິງຄະ ແລ້ວບົ່ງບອກເຖິງຍຸກສະຕະວັດທີ 11 ຖ້ານທີ 5 ມີເນື້ອທີ່ກ້ວາງປະມານ 20 ແມັດ ເຊັ່ນກັນ, ແຕ່ແບ່ງອອກເປັນສອງສ່ວນດ້ວຍຂັ້ນໄດຫີນຕໍ່າໆ ແລະ ຍົກລະດັບສູງຂື້ນຈາກຖ້ານທສີ່ເລັກໜ້ອຍມີລານປູດ້ວຍຫີນປະກອບເປັນລະບຽງນາຄະບັນພົດ ຢູ່ຕົງແກນກາງຂອງເສັ້ນທາງຫຼັກ. ເລີ່ມຈາກຖ້ານທີ 5 ນີ້ເປັນຕົ້ນໄປມີກຳແພງກັ້ນດິນທີ່ສູງຊັນ 7 ຊັ້ນຢອງກັນເປັນລັ່ນໆ ໂດຍມີຄວາມສູງເຖິງ 15 ແມັດ. ຢູ່ແນວແກນກາງມີຂັ້ນໄດ 7 ຖ້ານ, ແຕ່ລະຖ້ານມີ 11 ຂັ້ນ. ຂັ້ນໄດນີ້ໄປບັນຈົບຢູ່ຂັ້ນທີ 6 ຊຶ່ງເປັນຖ້ານສຸດທ້າຍ ມີລະດັບຄວມສຸງເໜືອລະດັບໜອງສະ 75 ແມັດ, ເປັນຈຸດທີ່ສາມາດຊົມທັດສະນີຍະພາບຂອງກຸ່ມເທວະສະຖານທັງໝົດ, ທົ່ງພຽງ ແລະ ສາຍນໍ້າຂອງໄດ້ຢ່າງປະທັບໃຈ. ຖ້າເທິງສຸດນີ້ມີພື້ນທີ່ປະມານ 60 x 60 ແມັດເປັນທີ່ຕັ້ງຂອງຜາສາດປະທານ (ວິຫານ) ຫຼືສິມ ສ້າງເພື່ອອຸທິດແດ່ພະສິວະເທບທີ່ປະດິດສະຖານຢູ່ໃຈການຂອງສິມ. ພື້ນທີ່ດ້ານຫຼັງຂອງສິມຢູ່ໃຕ້ຕີນຜາຫີນ ມີນໍ້າທຳມະຊາດທີ່ຊາວບ້ານເອີ້ນກັນວ່ານໍ້າທ່ຽງ, ບໍລິເວນນີ້ ເປັນພື້ນທີ່ປິດທັງສີ່ທິດ ຊຶ່ງຖືວ່າເປັນພື້ນທີ່ສັກສິດໃນບໍລິເວນນີ້. ນໍ້າທ່ຽງ ຖືກໂຕ່ງສະສົມຢູ່ໃນອ້າງທີ່ກໍ່ດ້ວຍດິນຈີ່ ແລະ ສົ່ງຜ່ານທາງທໍ່ຮາງລິນຫີນໄປຍັງສິມ ເພື່ອຫົດສົງພະສິວະລິງຄະ ທີ່ປະດິດສະຖານຢູ່ດ້ານໃນ. ເພະສະນັ້ນຈຶ່ງຖືວ່າລິງຄະແມ່ນຖືກຫົດສົງຢູ່ຕະຫຼອດເວລາດ້ວຍນໍ້າທີ່ສັກສິດ ທີ່ອອກບໍ່ໄຫຼລິນຢູ່ຢ່າງບໍ່ເຫຶອດແຫ້ງ. ຢູ່ດ້ານໃຕ້ຂອງສິມ ມີຊາກໂຄງສ້າງຂະໜາດນ້ອຍຫຼັງໜື່ງ ເອີ້ນວ່າ: ບັນນາໄລ ຫຼື “ ຫໍໄຕ“ ຫຼື “ຫໍສະໝຸດສົງ” ຈາກການສຶກສາເບິ່ງໂຄງສ້າງຂອງສິມ ສ່ວນສິ່ງທີ່ສ້າງດ້ວຍດີນຈີ່ ອາດຖືກສ້າງຂື້ນໃນລະຫວ່າງສະຕະວັດທີ 10 -11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນ ອາດຖືກຕໍ່ເຕີມໃນຍຸກຕໍ່ມາ ຄືຢູ່ໃນລະຫວ່າງສະຕະວັດທີ 11 ສິລະປະທາງປະຕິມະກຳ ທີ່ປະດັບຢູ່ມົນດົບ ແມ່ນປານິດສວຍງາມ ເປັນສິລະປະແບບບາພວນ ຂອງຍຸກສະຕະວັດທີ 11.

     ກຸ່ມສະຖານບູຮານທັງໝົດ ແມ່ນໄດ້ໄລຍະຜ່ານການຂະຫຍາຍຕົວອັງຍາວນານ ຄືດັ່ງທີ່ໄດ້ກ່າວມາຂ້າງເທິງ ຮ່ອງຮອຍທີ່ເກົ່າແກ່ທີ່ສຸດທີ່ຄົ້ນພົບ ແມ່ນຢຸ່ຄຣິດສະຕະວັດທີ 7, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໄວ້ໃຫ້ເຫັນທຸກວັນນີ້ແມ່ຖືກສ້າງຂື້ນໃນຍຸກລຸນຫຼັງ. ບັນດາໂຄງສ້າງຫຼັກໆແມ່ນຖືກຫັນປ່ຽນ ຈາກລັດທິຮິນດຸມາເປັນພະພຸດທະສາສະນະສະຖານໃນສະຕະວັດທີ 13  ແລະໄດ້ສຶບເນື່ອງເປັນສາດສະໜາທີ່ນັບຖືສັກກາລະບູຊາໂດຍຊາວ ເມືອງໂດຍຕະຫຼອດມາຈົນເຖິງເທົ່າທຸກວັນນີ້ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image