ວັດພະບາດແອວຂັນ – LAOZOOM

ວັດພະບາດແອວຂັນ ມີພະລານຫີນທີ່ສວຍງາມ ແລະ ມີຕົ້ນໄມ້ສວຍງາມ ແລະ ຕົ້ນໄມ້ຮົ້ມເຢັນ ເໝາະແກ່ການພັກຜ່ອນຍ່ອນໃຈ, ຕັ້ງຢູ່ບ້ານນາຄວາຍ, ເມື່ອງໄຊທານີ ຫ່າງຈາກຕົວເມື່ອງວຽງຈັນ ປະມານ 30 ກິໂລແມັດ. ວັດດັ່ງກ່າວ ຖຶກຄົ້ນພົບໃນປີ 1936 ແລະ ໄດ້ຮັບການປະຕິສັງຂອນໃນປີ 1980 ເປັນຕົ້ນມາ, ມີເນື້ອທີ່ ກວ່າ 840 ເຮັກຕາ

ເຊິ່ງນອກຈາກນັ້ນເປັນບ່ອນກາບໄຫວັບູຊາແລ້ວ ຍັງມີສະຖານທີ່ ທ່ອງທ່ຽວທາງທຳມະຊາດ ທີ່ຫຼາກຫຼາຍພາຍໃນບໍລິເວນວັດນີ້ເຊັ່ນ: ພຣະລານຫີນ, ຖໍ້າງູຊວງມີຫີນເປັນຮູບຮ່າງຂອງງູ, ມີຫົວ, ຫາງ ແລະ ເກັດ, ລໍາຄີງຂອງໂຕງູຍາວເຖິງ 41 ແມັດ ແລະ ນໍ້າຕົກຕາດສູງປະມານ 430 ແມັດ. ສ່ວນລຸ່ມຂອງນໍ້າຕົກຕາດ ມີຮູບຮາງລັກສະນະຄືຮອຍຂອງພະບາດ ແລະ ສ່ວນເທິງເປັນຮູບລັກສະນະຄືຫົວຍັກ. ໜ້າສົນໃຈໄປກວ່ານັ້ນແມ່ນຖໍ້າຄູນເຊິງເປັນຖໍ້າທີ່ສ້າງຊື່ສຽງໃຫ້ແກ່ວັດແຫ່ງນີ້, ຢູ່ໃນຖໍ້າມີນໍ້າໃສ ແລະ ເຢັນພ້ອມປາດູກສັກສິດ 3 ໂຕ,

ເມື່ອຊາວພຸດທະສານະນິກະຊົນ ຜູ້ເຫຼື້ອມໃສສັດທາ ເຂົ້າໄປບູຊາ ເອົານໍ້າໃນຖໍ້ານີ້ມາດື່ມກໍ່ປະກົດວ່າຫາຍຈາກພະຍາດໂຣຄາ. ນັບແຕ່ປີ   ເປັນຕົ້ນມາ, ເພິ່ນໄດ້ຈັດງານບຸນພະບາດແອວຂັນຂື້ນໃນວັນທີ່ 8,9  ແລະ 10 ຂອງເດືອນ ທັນວາຂອງທຸກໆປີ. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image