ວັດພະບາດ – LAOZOOM

ວັດພະບາດ ເຊິ່ງເປັນວັດໜຶ່ງທີ່ມີຮອຍພະບາດ, ຫິນສີລາແລງ, ພະນອນ, ພະຊ່ຽງ, ເຈດີພະບາດ ທີ່ເກົ່າແກ່ມາເຫີງນານ ເປັນເຄົາລົບນັບຖື ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນ ຊາວພຸດທະສາສະໜາ ເພື່ອມາກາບໄຫວ້ບູຊາ ເປັນສິລິມຸງຄຸນໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆ ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າ ຖ້າໄດ້ຂໍພອນຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ

ວັດພະບາດ ແມ່ນໄດ້ປະຕິສັງຂອນ ເລີ່ມຈາກເດືອນ 4 ປີ 1933 ເຊິ່ງຕັ້ງຢູ່ແຄມທາງເລກທີ13 ໃຕ້ ບ້ານພະບາດ ເມືອງທ່າພະພາດ ແຂວງບໍລິຄຳໄຊ ຫ່າງຈາກ ນະຄອນຫຼວງວຽງຈັນ ປະມານ 80 ກມ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image