ວັດຖໍ້າພຣະລືສີ – LAOZOOM

ວັດຖໍ້າພຣະລືສີ ຕັ້ງຢູ່ເຂດບ້ານໃໝ່, ເມືອງສີໂຄດຕະບອງ ຕາມເສັ້ນທາງເລກທີ 11B ຈາກເກົ້າລ້ຽວຢູ່ລະຫວ່າງຫຼັກກິໂລແມັດ 17 ຫຼືໃຊ້ເວລາການເດີນທາງປະມານ 20 ນາທີເປັນວັດປ່າທີ່ມີຄວາມສະຫງົບຮົ່ມເຢັນ ດ້ວຍຕົ້ນໄມ້ໃຫຍ່ພາຍໃນວັດ ຍັງມີຖໍ້າຂະໜາດນ້ອຍເຊິ່ງເປັນບ່ອນປະດິດສະຖານ ຂອງພະລືສີ ເຊິ່ງເປັນທີ່ມາຂອງຊື່ວັດນີ້

ນອກນັ້ນຍັງສາມາດຊົມຄວາມງາມຂອງສິມທີ່ສ້າງໃນແບບສີລະປະລາວເດີມ ແລະ ພາຍໃນວັດ ຍັງມີບໍ່ນໍ້າສັກສິດອີກດ້ວຍ. ໂດຍປົກກະຕິແລ້ວ ວັດແຫ່ງນີ້ຈະມີນັກທ່ອງທ່ຽວ ຫຼື ຊາວພຸດເດີນທາງໄປມາກາບໄຫວ້ສັກກາລະບູຊາເປັນປະຈຳ ໂດຍສະເພະແມ່ນໃນວັນສຳຄັນຕ່າງໆ ທາງພຸດທະສາດສະນິກະຊົນ ມາປະຕິບັດວິປັດສະນາກຳມະຖານຢູ່ວັດແຫ່ງນີ້ຢ່າງຫຼວງຫຼາຍ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image