ວັດຊຽງທອງ – LAOZOOM

ວັດຊຽງທອງຕັ້ງຢູ່ຖະໜົນສັກກະລີນ ພຽງແຕ່ຍ່າງປະມານ 10 ນາທີຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວແຂວງຫລວງພະບາງ ແລະທ່ານຈະເຫັນວັດຢູ່ເບື້ອງຊ້າຍມືຂອງທ່ານ.

ວັດຊຽງທອງ” ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດ ຫລັງຈາກສ້າງວັດນີ້ບໍ່ດົນພະອົງກໍຊົງຍ້າຍເມືອງຫລວງໄປຍັງນະຄອນວຽງຈັນ ແລະ ວັດນີ້ຍັງໄດ້ຮັບການອຸບປະຖຳເບິ່ງແຍງ ຈາກເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເຈົ້າມະຫາຊີວິດ ສອງພະອົງສຸດທ້າຍຂອງລາວ ເມື່ອເດິນທາງມາເຖິງວັດນີ້ສິ່ງທຳອິດກໍຄືການໄປຊົມພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ແມ່ນຂະໜາດ ຈະບໍ່ໃຫຍ່ ແຕ່ກໍສະແດງເຖິງສະຖາປັດຕະຍະກຳທາງສາດສະຫນາແບບຫລວງພະບາງແທ້ໆ ດ້ວຍຫລັງຄາພຣະອຸໂປສົດ ທີ່ແອ່ນໂຄ້ງຊ້ອນກັນຢູ່ 3 ຊັ້ນ ຫຼຸດລື່ນເກືອບຮອດຖານຈົນເບິ່ງຄ່ອນຂ້າງເຕີ້ຍ ສ່ວນກາງຂອງຫລັງຄາມີເຄື່ອງຍອດສີທອງຊຶ່ງຊາວລາວຈະຮຽກວ່າ “ຊໍ່ຟ້າ ” ປະກອບດ້ວຍ 17 ຊໍ່ ອັນມີຄວາມຫມາຍວ່າເປັນ “ສິມ” (ອຸໂປສົດ) ທີ່ເຈົ້າມະຫາຊີວິດຊົງສ້າງຂຶ້ນ ສ່ວນ “ສິມ” ທີ່ຄົນສາມັນສ້າງຈະມີຊໍ່ຟ້າພຽງ 1-7 ຊໍ່ເທົ່ານັ້ນ

ນັ້ນ ເຊື່ອກັນວ່າບໍລິເວນປ່ອງສີ່ຫລ່ຽມນ້ອຍໆ ເຄິ່ງກາງຂອງຊໍ່ຟ້າເຄີຍໃຊ້ເປັນທີ່ເກັບຂອງມີຄ່າ ປະຈຸບັນເຫລືອພຽງປ່ອງວ່າງເປົ່າ ຖັດມາທີ່ສ່ວນຂອງໜ້າບັນມີ “ໂຫງ່” ຮູບຮ່າງຄ້າຍຫົວນາກເປັນສ່ວນປະດັບຕາມຄະຕິທຳທາງພຸດທະສາດສະຫນາເມື່ອຍ່າງເຂົ້າຕໍ່ມາທີ່ປະຕູພະອຸໂປສົດ ຈະສະດຸດຕາກັບລວດລາຍແກະສະຫລັກອັນສວຍງາມ. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image