ພູເບ້ຍ – LAOZOOM

 ພູເບ້ຍ ຕັ້ງຢູ່ບ້ານພູຫົວຊ້າງ ຫ່າງຈາກເທດສະບານເມືອງອະນຸວົງ ໄປທາງທິດເໜືອ ປະມານ 6 ກິໂລແມັດ, ຈາກຕີນພູເຖິງຈອມພູ ມີໄລຍະທາງປະມານ 56 ກິໂລແມັດ, ເຊິ່ງພູເບ້ຍ ເປັນພູທີ່ສູງທີ່ສູດໃນປະເທດລາວ ເຊິ່ງມີຄວາມສູງ 2,820 ແມັດ, ເປັນພູທີ່ມີຄວາມອຸດົມສົມບູນ ທາງດ້ານພືດພັນ, ມີພູມອາກາດທີ່ໜາວເຢັນ, ມີສັດສາວາສິ່ງນ້ອຍ-ໃຫຍ່ຫລາຍຊະນິດ ທີ່ອາໄສຢູ່ໃນພູແຫ່ງນີ້ ເປັນຕົ້ນ: ລີງ, ຄ່າງ, ທະນີ, ກວາງ, ຟານ, ເຍືອງ, ເສືອ, ໝີ, ເໝືອຍ, ໝູ່ປ່ານົກຍູງ ແລະ ສັດປະເພດອື່ນໆອີກ

ນອກນັ້ນ ຍັງມີໄມ້ຫລາຍຊະນິດເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ຍຸງ, ໄມ້ຍາງ, ໄມ້ໂລງເລງ. ພູເບ້ຍ ເປັນພູທີ່ຕັ້ງສູງສະຫງ່າ ເປັນດັ່ງມິ່ງຂວັນຂອງຊາວເມືອງອະນຸວົງ ແຂວງໄຊສົມບູນ, ເປັນພູທີ່ມີຄວາມໂດດເດັ່ນ ແລະ ມີຊື່ສຽງຢູ່ໃນ ສປປ ລາວ, ມີປະຫວັດຄວາມເປັນມາອັນຍາວນານ. ໄລຍະທີ່ເປັນເຂດພິເສດໄຊສົມບູນ ການນຳເຂດໄດ້ມີການສ້າງເສັ້ນທາງຂຶ້ນໄປຫາພູເບ້ຍ ຈາກຕີນພູເຖິງຈອມພູ ເຊິ່ງມີໄລຍະທາງ 56 ກິໂລແມັດ ທີ່ສາມາດເດີນທາງໄປດ້ວຍຍານພາຫະນະທຸກປະເພດ ແຕ່ໂຄງການດັ່ງກ່າວ ສາມາດສ້າງໄດ້ພຽງ 16 ກິໂລແມັດ ກໍໄດ້ໂຈະໄວ້

ມາເຖິງປີ 2006-2013 ເຂດພິເສດໄຊສົມບູນໄດ້ຖືກຍຸບ ແລະ ໄດ້ໂຮມເຂົ້າກັບແຂວງວຽງຈັນ ໃນຊ່ວງນັ້ນພູເບ້ຍ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຈົນມາຮອດວັນທີ 13 ເດືອນທັນວາ ປີ 2013 ສະພາແຫ່ງຊາດ ໄດ້ມີມະຕິຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງແຂວງໄຊສົມບູນ ເປັນແຂວງທີ່ 18 ຂອງ ສປປ ລາວ, ອຳນາດປົກຄອງແຂວງ ກໍໄດ້ມີຄຳສັ່ງຫ້າມ ແລະ ຍັງບໍ່ທັນອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າຢ້ຽມຊົມ ເນື່ອງຈາກສະຖານທີ່ດັ່ງກ່າວ ເປັນເຂດທີ່ຕັ້ງຍຸດທະສາດທາງການທະຫານໃນສະໄໝກ່ອນ ແລະ ສິ່ງສຳຄັນແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ບໍ່ທັນສາມາດຮອງຮັບນັກທ່ອງທ່ຽວໄດ້ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image