ພາພຣະ – LAOZOOM

ພາພຣະ ຖືເປັນສະຖານທີ່ສັກສິດທີ່ຄົນແຂວງບໍ່ແກ້ວໃຫ້ຄວາມເຄົາລົບບູຊາ ຜ່ານໄປກາຍມາຕ້ອງໄດ້ນົບໄຫວ້ຕະຫຼອດ. ສະຖານທີ່ແມ່ນຕັ້ງຢູ່ ບ້ານປາກງາວ ຫ່າງຈາກຕົວເມືອງຫ້ວຍຊາຍປະມານ 15 ກິໂລແມັດ. ຜາພຣະ ທີ່ມີຮອຍແກະສະຫຼັກຮູບພາບຢູ່ເທິງຜາຫີນແຫ່ງນີ້ ແມ່ນເພື່ອເປັນການລະນຶກເຖິງດວງວິນຍານລູກສາວຂອງເຈົ້າອານຸວົງ ທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້ ແລະ ເມື່ອກ່ອນເພິ່ນຍັງໄດ້ຝັງເຄື່ອງຂອງທີ່ມີຄ່າຈຳນວນໜຶ່ງໄວ້ໂງ່ນຫີນກາງແມ່ນ້ຳຂອງ ແຕ່ໜ້າເສຍດາຍທີ່ເຄື່ອງຂອງມີຄ່າເລົ່ານັ້ນໄດ້ຖືກ ກຸ່ມຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ

ພາພຣະ ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນການສະຫລັກພຣະພຸດທະຮູບລົງໃນຜາ ຫລືກ້ອນຫິນ ແຄມຝັ່ງນ້ຳຂອງ ຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງວ່າ ໃນສະໄຫມກ່ອນເຈົ້າອານຸວົງ ໄດ້ເດິນທາງມາຕາມລຳນ້ຳຂອງເມື່ອມາຮອດແຖວນີ້ ເຮືອທີ່ລູກສາວຂອງເພິ່ນນັ່ງມາໄດ້ເກີດຫລົ້ມລົງທີ່ແກ້ງຫິນໃນບໍລິເວນນີ້ແລະເຮັດໃຫ້ລູກສາວຂອງເຈົ້າອະນຸວົງເສຍຊີວິດລົງ ດັ່ງນັ້ນ ເພິ່ນຈຶງເຮັດອະນຸສອນເພື່ອຣະນຶກເຖິງລູກສາວຂອງເພິ່ນກໍ່ໄດ້ມີການສ້າງພຣະພຸດທະຮູບໄວ້ທີ່ເທິງຜາໃກ້ບໍລິເວນທີ່ເກີດອຸບັດເຫດດັ່ງກ່າວ.

ຜາ​ພ​ຣະ ຖື​ວ່າ​ເປັນ​ສະ​ຖານ​ທີ່​ອັນ​ສັກ​ສິດ​ຂອງ​ພີ່ນ​້ອງ​ປະ​ຊາ​ຊົນ​ບໍ່​ແກ້ວ ກໍ​ຄື​ປະ​ຊາ​ຊົນ​ທົວ​ປະ​ເທດ​ຜູ້​ທີ່​ໄດ້​ຮູ້ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ມີ​ສັດ​ທາ​ໃນ​ສະ​ຖານ​ທີ່​ອັນ​ສັກ​ສິດ​ແຫ່ງ​ນີ້ ທີ່​ທຸກ​ຄັ້ງ​ທີ່​ໄດ້​ກາຍ​ໄປ​ກາຍ​ມາກ​ໍ​ຕ້ອງ​ໄດ້​ມາ​ກັບ​ໄຫວ້​ຂໍ​ພອນ​ອັນ​ດີ​ໃຫ້​ແກ່​ຕົວ​ເອງ​ສະ​ເໝີ.  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image