ພະທາດອີງຮັງ – LAOZOOM

ພະທາດອີງຮັງ ແມ່ນຕັ້ງຢູ່ບາດທາດອີງຮັງ ເປັນມໍລະດົກຂອງຊາດ, ເປັນພະທາດທີ່ສັກສິດ ແລະ ເປັນທີ່ສັກກະລະບູຊາ ຂອງຊາວແຂວງສະຫວັນນະເຂດ ພະທາດອົງນີ້ ສ້າງຂື້ນປະມານ ພສ 500 ເຊິ່ງນໍາພາໂດຍພະເຈົາສຸມິດຕະທຳ ຜູ້ປົກຄອງເມືອງມະຣຸກຂະນະຄອນ (ອານາຈັກສີໂຄດຕະບູນ) ເພື່ອເປັນອານຸສອນວ່າຄັ້ງໜື່ງພະພຸດທະເຈົ້າ ໄດ້ສະເດັດມາໂຜດສັດໃນແດນສຸວັນນະພູມ ແລະ ໄດ້ນັ່ງສັນເຂົ້າ ອີງຕົ້ນຮັງ ຈຶ່ງໄດ້ເອີ້ນຊື່ວ່າ: ພະທາດອີງຮັງ

ພະທາດອີງຮັງນີ້ໃນເບື່ອງຕົ້ນເປັນພະທາດນ້ອຍມີ 4 ລ່ຽມ, ໃນປີຄສ 1548, ພະເຈົ້າໄຊຍະເສດຖິລາດ ແຫຼ່ງອານາຈັກລ້ານຊ້າງໄດ້ພາປະຕິສັງຂອນ ໃຫ້ເປັນແບບສິລະປະລ້ານຊ້າງ ພະທາດອົງນີ້ ກ້ວາງ  9 ແມັດ ແລະ ສູງ 25 ແມັດເຊິ່ງຍອດພະທາດມີລັກສະນະຄືກັບດອກບົວ. ທຸກໆປີຈະມີງານສະເຫຼີມສະຫຼອງ ເພື່ີອສັກກະລະບູຊາເຖິງພະພຸດທະເຈົ້າ ແລະ ຜູ້ທີ່ສ້າງພະທາດ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image