ພະທາດສີໂຄດຕະບອງ – LAOZOOM

    ພະທາດ​ສີ​ໂຄດ​ຕະບອງ​ ຕັ້ງ​ຢູ່ບ້ານ​ສີ​ໂຄດ (ມ່ວງສຸມ) ແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງ ຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມ​ທາງ​ເລກທີ 11 ​ໃຕ້ ຫ່າງ​ຈາກ​ເມືອງ​ທ່າ​ແຂກ 6 ກິ​​ໂລ​ແມັດ, ມີເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກເສດຕະສັດ ເຮັດດ້ວນເງິນ ແລະ ຄຳ, ປາຍເສດ ຕະສັດມີໂຄມແກ້ວ (ປະຈຸບັນບໍ່ມີ) ສະເພາະເສດຕະສັດສູງ 2 ແມັດ ບໍລິເວນຕີນພະທາດກ້ວາງດ້ານລະ 25 ແມັດ, ສູງ30 ແມັດ).

ພະທາດສີໂຄດຕະບອງ ແມ່ນສາສະໜາຖານເກົ່າແກ່ ແລະ ສັກກາລະບູຊາຂອງຄົນຄໍາມ່ວນ, ທີ່ມີຄວາມສັກສິດແຫ່ງໜຶ່ງ ຂອງ ສປປລາວ ພະທາດນີ້ສ້າງຂື້ນໃນສະ   ໃໝອານາຈັກສີໂຄດຕະບອງ ລະຫວ່າງສັດຕະວັດທີ VI – VIII. ພະທາດໜ່ວຍນີ້ ເປັນບ່ອນບັນຈຸກະດູອັດຖິຂອງພະພຸດທະເຈົ້າໃນສັດຕະວັດ VI.

ນອກຈາກນັ້ນ ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ. ຄຳວ່າ “ສີໂຄດຕະບອງ” ມີຄວາມໝາຍມາຈາກພາສາບາລີວ່າ: “ແສງສະຫວ່າງແຫ່ງປະລັດຊະຍາ”. ດ້ວຍເຫດນັ້ນ, ຮູບປັ້ນຂອງພະຍາສີໂຄດຕະບອງ ຈຶ່ງປຽບເໜືອນທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນລຸ້ນຕໍ່ໄປ ແລະ ກໍ່ເປັນສູນລວມແຫ່ງຈິດໃຈຂອງຊາວຄຳມ່ວນ ຈົນເທົ່າທຸກວັນນີ້.

ໃນພົງສາວະດານ ກ່າວເຖິງພະທາດໜ່ວຍນີ້ວ່າ, ໃນສັດຕະວັດ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານ ໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດ ໃນສັດຕະວັດທີ່ 16 (ຄ.ສ 15201 – 1747 ໄດ້ສັ່ງປະຕິມາກອນ ມາບູລະນະພະທາດໜ່ວຍນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນ ແບບສີລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳ ທີ່ຕິດດອກບົວໃສ່ຈອມທາດ.

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image