ພະທາດພູສີ – LAOZOOM

ພະທາດ ພູສີ ຕັ້ງຢູ່ຖະໜົນໃຫຍ່ (ໃຈກາງເມືອງ) ຍ່າງຈາກຫ້ອງການທ່ອງທ່ຽວ ປະມານ 5 ນາທີ, ມີ 3 ທາງເຂົ້າດ້ວຍກັນ, ແຕ່ທາງເຂົ້າຫຼັກໆແມ່ນກົງກັນຂ້າມກັບຫໍພິພິທະພັນແຫ່ງຊາດຫຼວງພະບາງ.

ພະທາດພູສີ ແມ່ນພູໜ່ວຍໜື່ງທີ່ຕັ້ງຢູ່ໃຈການເມື່ອງ, ມີຂອບເຂດທີ່ກ້ວາງຂວາງ ແລະ ບໍ່ວ່າຈະຢູ່ຈຸດໃດຂອງເມືອງຫຼວງພະບາງເຮົາກໍ່ສາມາດເບີ່ງເຫັນໄດ້ຈາກມູມທີ່ສູງຂອງ ພູແຫ່ງນີ້. ໃນຍາມແລງຈອມພູສີຍັງເປັນຈຸດຊົມພະອາທິດໄດ້ຢ່າງສວຍງາມ ເຕັມໄປດ້ວຍນັກທ່ອງທ່ຽວຈາກຫຼທຍປະເທດ ທີ່ມາຮ່ວມຕົວກັນ ແລະ ຖືເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜື່ງ ທີ່ທ່ານບໍ່ຄວນພາດ ເມື່ອມາທ່ຽວຫຼວງພະບາງ. ພູສີມີທາງຂື້ນໄດ້ເຖິງ  4 ທາງຄື ທາງດ້ານໜ້າຂອງພິພິທະພັນແຫ່ງຊາດ, ທາງດ້ານຫຼັງຕິດກັບນໍ້າຄານ ທາງທິດເໜືອ ສາມາດຂື້ນຈາກຟາກເບື້ອງຈູມຄ້ອງ ຄືດ້ານຂ້າງຂອງພູສີ ແລະ ດ້ານຕາເວັນຕົກ ກໍສາມາດຍ່າງຜ່ານທາງໂຮງແຮງຈິງລານ. ແຕ່ທາງໜ້າຈະເປັນທີ່ນິຍົມ ຂອງນັກທ່ອງທ່ຽວຫຼາຍກວ່າ ມີທາງຂື້ນເປັນຂັ້ນໄດ 328 ຂັ້ນຕະຫຼອດທາງຂື້ນເຕັມໄປດ້ວຍຕົ້ນດອກຈຳປາລຽນຢາຍເດຍລະດາດຕະຫຼອດທາງຂື້ນໄປ.

     ພະທາດແຫ່ງນີ້ ມີຄວາມກ້ວາງດ້ານລະ 10.5 ແມັດ, ສູງ 21 ແມັດມີຮູບຖານຂອງທາດພູສີເປັນການກໍ່ສ້າງແບບສີ່ຫຼ່ຽມມົນທົນ ຄືດັ່ງຮູບຖານຂອງທາງແຫ່ງອື່ນໆ ຕົວທາດເປັນທາດຢອງຢຸ່ເທິງຖານ 3 ຖານປະດັບດ້ວຍລູກທາດເປັນຮູບດອກບົວຢູ່ທຸກໆແຈ ຕົວທາດເປັນຮູບສີ່ຫຼ່ຽມຫຍໍ້ມູມ ປະດັບດ້ວຍເສຕະສັດທອງສໍາລິດເຈັດຊັ້ນສີ່ອັນ. ດ້ານ ຂ້າງພະທາດໄປທາງທິດເໜືອມີວິຫານນ້ອຍຂອງພູສີປະກອບມີຫໍໄຫວ້ ແລະ ຫໍກອງເຊິ່ງຫໍມີໄວ້ ເພື່ອໃຫ້ຜູ້ຄົນທີ່ຂື້ນໄປເທິງພູສີໄດ້ເຄົາລັບນົບໄຫວ້ ແລະ ອະທິຖານຫາສິ່ງສັກສິດຕ່າງໆ ຕາມຄວາມປາຖະໜາຂອງຕົນເອງ. ຫໍກອງຢູ່ທີ່ນີ້ ແມ່ນອານຸຍາດໃຫ້ເຂົ້າໄດ້ສະເພາະຜູ້ທີ່ມີໜ້າທີ່ຮັບຜິດຊອບຕິກອງເທົ່ານັ້ນເພະກອງໜ່ວຍນີ້ ເພີ່ນຈະໃຊ້ສຳລັບຕິປະຈຳຍາມ ແລະ ບໍ່ໃຫ້ຜູ້ຄົນເຂົ້າໄປຕິ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
  • Saturday24 hours open
  • Sunday24 hours open
building Own or work here? Claim Now! Claim Now!

imageYour request has been submitted successfully.

image