ປ່າສະຫງວນແຫ່ງຊາດ ນໍ້າກ່ານ – LAOZOOM

ທ່ອງທ່ຽວກັບລາວໂພສຕ ວັນນີ້ເຮົານຳສະເໜີອີກໜຶ່ງສະຖານທີ່ທ່ຽວໃນລາວ ກໍ່ຄື ປ່າສະຫງວນແຫ່ງຊາດ ນ້ຳກ່ານ ແຂວງບໍ່ແກ້ວ ຕ້ອງບອກເລີຍວ່າສະຖານທີ່ທ່ຽວແຫ່ງນີ້ມີມົນສະເໜ່ທາງທຳມະຊາດ​ທີ່​ໜ້າສົນ­ໃຈ​ຊວນ​ໃຫ້​ໄປ​ສຳ­ຜັດ​ກັບ​ບັນ​ຍາກາດ​ແບບ​ສົດໆ ແລະ​ ໜ້າ​ຕື່ນ­ເຕັ້ນ ເພາະສະນັ້ນ ນີ້ກໍ່ເປັນອີກສະຖານທີ່ທ່ຽວໜຶ່ງທີ່ທ່ານບໍ່ຄວນພາດ ເມື່ອໄດ້ມາຍາມແຂວງບໍ່ແກ້ວ ຕ້ອງມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ

ສຳ­ລັບ​ແຫຼ່ງ​ທ່ອງ​ທ່ຽວ​ປ່າ​ສະຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ​ຕັ້ງ​ຢູ່​ບ້ານຕູບ​ເມືອງ​ຫ້ວຍ​ຊາຍ, ແຂວງ​ບໍ່​ແກ້ວ​ຊຶ່ງ​ຫ່າງ​ຈາກ​ເທ­ສະ​ບານ​ແຂວງ 85 ກິ­ໂລ­ແມັດ, ມີ​ເນື້ອ­ທີ່ 136,000 ເຮັກຕາ, ນັບ​ແຕ່​ເດືອນ​ກັນ­ຍາ​ປີ 2008 ປ່າ​ສະ­ຫງວນ​ແຫ່ງ​ຊາດ​ນ້ຳ​ກ່ານ​ໄດ້ຖືກ​ປະ­ກາດ​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ​ແຫ່ງ​ທີ 21 ຂອງ ສປປ ລາວ, ເຂດ​ປ່າ​ສະ­ຫງວນ​ດັ່ງ­ກ່າວ​ເປັນ​ປ່າ ທີ່​ໄດ້​ຮັບ​ການ​ມາ​ຢ້ຽມ­ຢາມ​ຂອງ ບັນ­ດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ຫຼາຍ​ທີ່​ສຸດ.

ເນື່ອງ​ຈາກ​ປ່າ​ສະ­ຫງວນ​ແຫ່ງຊາດ​ນ້ຳ​ກ່ານ, ໄດ້​ກາຍ­ເປັນ​ປາຍທາງ​ການ­ທ່ອງ­ທ່ຽວ​ແບບ​ອະ­ນຸ­ລັກ​ຊີ­ວະ​ນາໆພັນ​ກໍ​ຄື​ການ­ທ່ອງ­ທ່ຽວ​ຍ່າງ​ປ່າ­ດົງ​ເລິກ​ທີ່​ມີ​ຄວາມ​ຕື່ນ­ເຕັ້ນ ແລະ​ການ​ພະ​ຈົນ​ໄພ ຊຶ່ງ​ໃຊ້​ເວ­ລາ 2Œ3 ຊົ່ວ­ໂມງ​ຕໍ່​ວັນ​ຕາມ​ລຳ​ນ້ຳ​ງາ.

ປ່າສະຫງວນແຫ່ງຊາດ ນໍ້າກ່ານ ກຳລັງເປັນທີ່ນິຍົມຂອງຊາວຕ່າງປະເທດແລະຄົນລາວ ຫາກທ່ານໃດມັກການທ່ອງທ່ຽວແບບປະຈົນໄພແບບທຳມະຊາດ  ໄດ້ເຫັນສັດແບບໃກ້ຊິດ ຕ້ອງມາທີີນີ້  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image