ບໍ່ນໍ້າຮ້ອນ ເມືອງຮ້ຽມ – LAOZOOM

     ບໍ່ນໍ້າຮ້ອນ ເມືອງຮ້ຽມ ຢູ່ທາງທິດຕາເວັນຕົກຂອງແຂວງຫົວພັນ ເຊິ່ງຕັ້ງຢູ່ຫ່າງຈາກເທສະບານເມືອງຊໍາເໜືອປະມານ 155 ກິໂລແມັດ ແລະ ມີເສັ້ນທາງເຂົ້າເຖິງສະດວກສະບາຍສິ່ງທີ່ສໍາຄັນແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ – ພູເລີຍເຊິ່ງເປັນຂົງເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວສະອຸ້ມຕະຫຼອດປີພ້ອມທັງມີສັດສາວາສິ່ງຫຼາກຫຼາຍຊະນິດທີ່ເພິ່ນໄດ້ອະນຸລັກຮັກສາໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ

ບໍ່ນໍ້າຮ້ອນແຫ່ງນີ້ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ແລະ ທ່ານໃດທີ່ມາທ່ຽວຊົມກໍສາມາດນໍາເອົາອາຫານບາງຢ່າງໄປຕົ້ມຫຼືລວກຈົນສຸກໄດ້ເຊັ່ນວ່າ: ໄຂ່, ໜໍ່, ຜັກຫຼືແມ່ນແຕ່ໄກ່ເປັນໂຕກໍສາມາດຕົ້ມຈົນສຸກໄດ້.

ນອກຈາກນີ້ແລ້ວໃນລະດູຮ້ອນກໍຍັງເປັນສະຖານທີ່ສໍາລັບໄປກິນເຂົ້າປ່າຫຼືຫຼິ້ນກິດຈະກໍາຕ່າງໆໄດ້ຢ່າງສະດວກສະບາຍອີກດ້ວຍ ບໍ່ນໍ້າແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງທຸກໆວັນ!!!

(ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image