ນໍ້າຕົກຕາດເລິກ – LAOZOOM

ຕາດເລິກ ຕັ້ງຢູ່ບ້ານຫ້ວຍເລິກ ເມືອງທ່າພະບາດ ຫ່າງຈາກເທດ ສະບານເມືອງດັ່ງກ່າວປະມານ 17 ກິໂລແມັດ ເປັນສະຖານທີ່ທ່ອງທ່ຽວທີ່ຂື້ນກັບປ່າສະຫງວນແຫ່ງຊາດພູເຂົາຄວາຍ, ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແຕ່ປີ 2004. 

ຕາດເລິກ ເປັນນໍ້າຕົກຕາດ ທີ່ກີດຂວາງທິດທາງການໄຫຼຂອງກະເເສແມ່ນໍ້າເລິກ ຈື່ງເຮັດໃຫ້ກະແສນໍ້າດັ່ງກ່າວ ໄຫຼເຊາະກ້ອນຫີນເປັນເວລາຫຼາຍລ້ານປີ ຈົນເຮັດໃຫ້ກາຍເປັນຮູບຫຼາຍລັກສະນະໃນປັດຈຸບັນ ແລະ ງົດງາມເປັນເອກະລັກ. ຢູ່ບໍລິເວນນີ້ ນັກທ່ອງທ່ຽວ ຍັງສາມາດຍ່າງປ່າ ເພື່ອສຶກສາຊີວະນາໆພັນ ແລະ ຕັ້ງເຕັ້ນຄ້າງຄືນນອນກາງປ່າ ເພື່ອສຳພັດກັບທຳມະຊາດຢ່າງແທ້ຈິງ ໂດຍການໃຫ້ຂໍ້ມູນຂອງຊາວບ້ານທີ່ບໍລິການນັກທ່ອງທ່ຽວ. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image