ນໍ້າຕົກຕາດສົມພະມິດ (ຫຼີຜີ)    – LAOZOOM

ນໍ້າຕົກຕາດສົມພະມິດ   

ສົມພະມິດ ຫຼີຜີ ເປັນຄອນຂະໜາດໃຫຍ່ ແລະ ສວຍງາມຕັກແມ່ນໍ້າຂອງຕອນເໜືອໄວ້ ຕັ້ງຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າຂອງ, ຝັ່ງໜື່ງຕິດຕັບດອນຄອນ, ອີກຝັ່ງໜື່ງຕິດກັບຝັ່ງທ່າສົບໝີ ເມືອງທະລາບໍຣິວັດ ແຂວງຊຽງແຕງ. ທີ່ມາ ແລະ ຄວາມໝາຍຂອງຊື່ນໍ້າຕົກຕາດມີດັ່ງນີ້:

   ກະແສທີໜື່ງ ມາຈາກໜັງສືພະລັກພະຣາມ ອັນເປັນວັນນະກັມເອກຂອງລາວ, ມີເລື່ອງລາວດັ່ງນີ້,  “ ເມື່ອພຣະລັກພຣະຣາມໄດ້: ນາງສີດາກັບມາແລ້ວ ກໍເດີນທາງກັບມາຍັງເມືອງ ເມື່ອມາຮອດສະຖານທີ່ແຫ່ງໜື່ງ ບໍລິເວນມະຫານະທີ ສີທັນດອນ (ສີທັນຕະຣະ) ທີ່ນັ້ນ ບໍ່ມີດອນຈັກດອນເລີຍເປັນວັງນໍ້າທີ່ກ້ວາງ ຮຽກວ່າ: ມະໝຸດ ພໍດີເວລາໃກ້ຄໍ່າຈຶ່ງຈະພັກນອນແຮມຄືນ ພະລັກເຫັນວ່າ ຖ້ານອນທີ່ຝັ່ງ ກໍ່ຢ້ານບໍ່ປອດໄພ ພະລັກຈຶ່ງຍິງສອນລົງໄປຍັງມະຫານະທີ ສີທັນດອນ ແລະ ປາດຖະນາໃຫ້ເປັນດອນ ຈຶ່ງເກີດມີດອນຂື້ນມາ, ພະລັກຈຶງເຊີນພະຣາມ ແລະ ນາງສີດາ ໄປນອນທີປາສາດນິມິດໃນດອນນັ້ນ, ໃນຂະນະນັ້ງເອງລາບພະນາສວນ ເມື່ອຮູ້ວ່າພະຣາມຕາມເອົານາງສີດາກັບຄືນແລ້ວ ກໍຕິດຕາມມາ. ຈຶ່ງທັນທີ່ມະຫານະທີ ສິທັນດອນນັ້ນ ຈື່ງເກີດສົງຄາມຂື້ນທີ່ນັ້ນ, ຝ່າຍພະລັກຢູ່ເໜືອ ສ່ວນລາບພະນາສວນຢູ່ທາງໃຕ້ ສົງຄາມລະຫວ່າງລາບພະນາສວນ ກັບພະລັກ ພະຣາມ ຈຶ່ງເກີດຂື້ນທີນັ້ນ, ທາງຝ່າຍລາບພະນາສວນ ຈຶ່ງແຕ່ງໃຫ້ຄຸດ ແລະ ນາກ ກໍ່ກໍາແພງຂື້ນ ຕັນແມ່ນໍ້າ ເພື່ອຫວັງຈະໃຫ້ນໍ້າຖ້ວມດອນ ແຕ່ຍ້ອນອິດທິລິດຂອງສອນ ເຖ້ງວ່ານໍ້ານັ້ນຖ້ວມຫຼາຍພຽງໃດກໍຕາມແຕ່ວ່ານໍ້າບໍ່ສາມາດຖ້ວມດອນນັ້ນໄດ້ ແຕ່ວ່ານໍ້າຈະຖ້ວມບໍລິວານຂອງພະລັກພະຣາມ “ ແລະ ປະຊາຊົນ ພະຣາມ ຈຶ່ງສັ່ງໃຫ້ຫະນຸມານໄປມ້າງກຳແພງຫີນເປັນຊ່ວງໆ ຄົນທັງຫຼາຍຈຶ່ງຮຽກວ່າ “ ຫຼີ່” ຫະນຸມານນັ້ນ ໄປເຫັນສາງມັດສາງາມຫຼາຍ ຈຶ່ງໄປກ້ຽວພາລາສີ ຈຶ່ງເຮັດໃຫ້ຫະນຸມານ ບໍ່ສາມາດມ້າງກໍາແພງຫີນຕັນນໍ້ານະທີໄດ້ ຈຶ່ງເຮັດໃຫ້ສະຖານທີ່ນັ້ນເປັນຄອນ, ທ້າງຕັນນໍ້າຂອງເປັນໄລຍະໆຮອດບັດນີ້

ໃນຂະນະນັັ້ນເອງ ສົງຄາມຍັງດຳເນີນໄປຢ່າງຮູ່ແຮງເຮັດໃຫ້ບໍລິວານຂອງທັງສອງ ຕາຍຕົກລົງນໍ້າໄຫຼໄປເປີະຫຼີ່ຫີນນັ້ນເໝັ້ນສະເອືອນ ຄົນທັງຫຼາຍຈຶ່ງຮຽກວ່າ “ຜີ” ແຕ່ບັດນັ້ນມາ, ສ່ວນດອນຕ່າງໆ ທີ່ມີຫຼາຍກວ່າພັນດອນໃນເຂດນັ້ນກໍ່ເກີດຈາກອຳນາດອິດທິລິດຂອງລາບພະຣາມ ຕົກລົງດິນກັບກາຍເປັນພູ ສະນັ້ນ ທີ່ດອນໂຂງຈຶ່ງມີພູຫຼາຍເຖິງ  99 ໜ່ວຍພູ (ຕາມການເລົ່າຂານກັນ)

   ກະແສທີສອງແມ່ນມີເນື້ອຄວາມຕາມເລົ່າຂານສືບຕໍ່ກັນມາຂອງທ້ອງຖິ່ນ ແລະ ອິງຕາມຄວາມເປັນຈິງທາງພູມສາດ, ທີ່ບໍລິເວນທີ່ເປັນຫຼີຜີນັ້ນເປັນຕາດເປັນຄອນຫຼາຍຄ້າຍຄື  ຫຼີ່ ເມື່ອຄົນຕາຍຕົກນໍ້າ ຫຼື ສັດຕາຍຕົກນໍ້າໄດ້ໄຫຼໄປເປີະຫຼີ່ຕາດຄອນທີ່ນັ້ນຊາວພື້ນເມືອງຈຶ່ງຮຽກທີ່ນັ້ນວ່າ: ຫຼີ່ຜີ, ອັນນີ້ ຢືນຢັນໄດ້ສະໄໝກ່ອນ ຍັງມີຄົນຕາຍຕົກນໍ້າຢູ່ທາງດອນເໜືອຫາຄາບບໍ່ໄດ້ຊາວບ້ານຈຶ່ງພາກັນໄປຫາທີ່ແຖວຫຼີ່ຜີ ກໍເຫັນສົບເຫັນຄາບສົມປະສົງ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image