ນໍ້າຕົກຕາດກວາງຊີ – LAOZOOM

ນໍ້າຕົກຕາດກວາງຊີ ເປັນແຫຼ່ງທ່ອງທ່ຽວໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອມາຮອດມາເຖິງ ຫຼວງພະບາງແລ້ວ ຕ້ອງໄດ້ມາທ່ຽວຊົມໃຫ້ໄດ້, ມີໄລຍະທາງຫ່າງຈາກ ເທດສະບານເມື່ອງຫຼວງພະບາງປະມານ 30 ກມ. ໃຊ້ເວລາໃນການເດີນທາງ ປະມານ 1 ຊົ່ວໂມງ ໃນການເດີນທາງດ້ວຍລົດ ມີເສັ້ນທາງເຂົ້າເຖິງສະດວກ.

ຕາດກວ່າງຊິມີປະຫວັດຄວາມເປັນມາ ໂດຍການເລົ່າຂານກັນວ່າ: ໄດ້ມີພະລືສີອົງໜື່ງໄດ້ໃຊ້ໄມ້ເທົ້າຊີເຂົ້າໃນດີນ ເພື່ອໃຫ້ເກີດມີນໍ້າອອກມາໃຊ້. ສະນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ຂື້ນມາ ເມື່ອກະແສນໍ້າໄຫລ່ອອກມາຕົກໃສ່ຜາຫີນສູງນີ້ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄຳໂຕໜື່ງ ອາໄສຢູ່ກ້ອງລຶບຫີນ ຊັ້ນທາງການຂອງນໍ້າຕົກເຊິ່ງລຶບຫີນຊັ້ນດັ່ງກ່າວແມ່ນໄດ້ງອກຍຶກຍາວອອກມາເຮັດໃຫ້ນໍ້າທີ່ໂຕນຢູ່ໃນຊັ້ລຶບຫີນນີ້ມີສຽງ ເຖິງຢ່າງໃດກໍຕາມ ນໍ້າຕົກຕາດແຫ່ງນີ້ກໍຍັງມີຄວາມງາມ ຍັງເປັນທີ່ດຶງດູດໃຫ້ນັັກທ່ອງທ່ຽວຍິຍົມກັນເຂົ້າມາທ່ຽວຊົມ ຢ່າງບໍ່ຂາດສາຍ, ສະນັ້ນຕາດກວາງຊີແມ່ນໄດ້ມາຈາກ ‘‘ຕາດ’’ ແມ່ນນໍ້າຕົກ, ກວາງ ແມ່ນກວາງຄຳ ແລະ ຊີ ແມ່ນ ພະລືສີ ໃຊ້ໄມ້ເທົ້າຊີດີນ ເພື່ອໃຫ້ເກີດນໍ້າໄຫຼ່ອອກມາ.

ອຸດທະຍານສາຍນໍ້າຊີທີ່ໄຫຼລົງມາຫາຕາດນັນແມ່ໄຫຼອອກມາຈາກຮ້ອຍຕີນພູທີ່ມີຄວາມໃສເຢັນສະອາດໄກຈາກຫົວຕາດປະມານ 4 ກິໂລແມັດ ມີນໍ້າຫຼາຍສາຍ ຫຼາຍແງ່ໄຫຼໂຮມເຂົ້າກັນ ແລະ ມີຫຼາຍວັງນໍ້າ ອັກປະກອບເປັນທິວທັດທຳມະຊາດທີ່ສວຍສົດງົດງາມທີ່ສຸດ, ຕາດກວາງຊີສູງ 71 ແມັດ, ກ້ວາງສຸດ 35 ແມັດ, ປະກອບດ້ວຍ 6 ຊັ້ນ ແລະ ສູງຈາກລະດັບໜ້ານໍ້າທະເລປະມານ 460-560 ແມັດ ໃນໄລຍະທີ່ຜ່ານມາຕາດນີ້ເຄີຍຫັກ ປລະ ຍູບຕົງລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງທີ່ 04/12/2011. ສະເພະລະດູຝົນຕາດກວາງຊີຈະມີນໍ້າໂຕນຫຼາດທີ່ສຸດແຕ່ລະດູແລ້ງລະຫວ່າງ ເດືອນມັງກອນ ຫາ ພຶດສະພາປະລິມານນໍ້າຝົນຈະໜ້ອຍລົງ.

ອຸດທິຍານປ່າໄມ້ແຫ່ງນີ້ ລັດຖະບານໄດ້ປະກາດໃຫ້ເປັນແຫຼ່ງທ່ອງທ່ຽວໃນປີ 1987 ເປັນຕົ້ນມາ. ເຊິ່ງໃນເມື່ອກ່ອນມີຫຼາຍບ້ານທີ່ອາໃສຢູ່ເທິງສາຍນໍ້າຊີແຫ່ງນີ້, ເນື່ອງຈາກວ່າ ລັດຖາບານເຫັນໄດ້ຄວາມຈຳເປັນ ເພື່ອການອະນຸລັກຫຼ້ວຍນໍ້າແຫຼງນີ້ ລົງໄປຢູ່ເຂດໄດ້ບ້ານ ກໍຄືບ້ານທ່າແປ້ນ, ໂນນສະຫວາດ, ບ້ານນາອວນ ແລະ ບັນດາບ້ານຕ່າງໆຢູ່ໄກ້ຄຽງ.

ນອກຈາກນັ້ນ, ຕາດກວາງຊີຍັງເປັນນໍ້າຕົກທີ່ສວຍງານ ເໜາະສົມເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ລະດັບຊາດ ເໝາະສົມໃຫ້ເປັນເຂດທີ່ປະກອບໄປດ້ວຍພຶດນາໆຊະນິດ ທີ່ຫຼາກຫຼາຍອັນທຽບໄດ້ຍາກ, ຍັງເປັນສະຖານທີ່ຄົ້ນຄວ້າວິໄຈພຶດພັນນາໆຊະນິດ ເພື່ອໃຫ້ສົມດຸນກັບທຳມະຊາດ ແລະ ເພື່ອຄວາມຍຶນຍົງຂອງມວນມະນຸດ  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image