ນໍ່າຕົກຕາດ ຄອນພະເພັງ – LAOZOOM

ນໍ່າຕົກຕາດ ຄອນພະເພັງ “ຄອນພະເພັງ” ມີຄົນເຈົ້າໃຈວ່າ ແມ່ນສະຖານທີ່ດຽວກັັນກັບຫຼີ່ີຜີ, ແທ້ຈິງແລ້ວຄອນພະເພັງ ບໍ່ແມ່ນຫຼີ່ຜີ ເພາະຄອນພະເພັງ ຢູ່ຝັ່ງຕາເວັນອອກ ຕ້ດັບຝັ່ງເມືອງເບື້ອງດີນລາວ ດ້ານໜື່ງຕິດກັບດອນ ຊື່ດຽວກັນ  ດອນພຣະເພັງ ສ່ວນຫຼີ່ຜີຢູ່ຝັ່ງດ້ານຕາເວັນຕົກຂອງດອນພຣະເພັງນັ້ນ ແຕ່ຢູ່ຕິດຝັ່ງຂະເໝນພຸ້ນ ເຊິ່ງມີດອນຄອນຂັ້ນໄວ້ ຫາກນັກທ່ອງທ່ຽວຢາກໄປທ່ຽວທີ່ນັ້ນ ແມ່ນຕ້ອງໄດ້ຂີ່ລົດໄປລົງເຮືອ ທີ່ບ້ານນາກະສັງ ແລ້ວຂ້າມໃສ່ດອນເດດ ມີລົດໂດຍສານຮັບສົ່ງຂ້າມຂົວບູຮານ ໄປດອນຄອນ ແລະ ມີເຮືອນພັກສຳລັບນັກທ່ອງທ່ຽວ.

ກ. ຄອນພະເພັງ ຊາວທ່ອງຖິ່ນຈະຮຽກອອກສຽງວ່າ ເພງ ບໍ່ໄດ້ອອກສຽງ ເພັງ ເພະຄວາມໝາຍທີ່ແທ້ຈິງ ມີທີ່ມາຢ່າງນ້ອຍສອງທາງ, ອິງຕາມຄວາມເປັນຈິງຕາມຮູບສັບຣະຫວ່າງ  ເພັງ  ກັບ ເພງ ມີທີ່ມາດັ່ງນີ້: ຄຳວ່າ ເພັງ ໝາຍຄວາມວ່າ ເຕັມ ຫຼື ຮຸ່ງ ຫຼື ແຈ້ງ ເຊັ່ນ ເດືອນເພັງແຈ້ງ ແສງສ່ອງເຮືອງໃສ ຍາມຣາຕຮິສິວິໄລ ຮຸ່ງເຮືອງສະເທຶອງຟ້າ ຫຼື ເດືອນ ເພັງແຈ້ງແສງສ່ອງເຮືອງສີ ລັດສະໝີໃສງາມຮຸງກະຈາຍຍາມເຊົ້າ  ສ່ວນຄໍາວ່າ ພະ  ເດີມຂຽນວ່າ ພຣະ ມາຈາກພາສາປາລີ ຫຼື ວຣ ແປວ່າ ປະເສີດ , ດີ  ແລ້ວແປງ ” ວ” ໃຫ້ເປັນ 1  ພ ຈຶ່ງໄດ້ຄໍາວ່າ ພຣ ໃນພາສາປາລີສະຫຼະ “xະ” ຈະບໍ່ມີຮູບໃນ ອັກສອນທຸກຕົວຍ່ອມມີສະຫຼະ “xະ” ຕິດພັນຢູ່ນໍາສະເໝີ ດ້ວຍເຫດນີ້ເມື່ອມາຂຽນເປັນພາສາລາວແລ້ວ ຈຶ່ງຕ້ອງເອົາສະຫຼະ “x” ມາຂຽນໄວ້ຫຼັງຈຶ່ງອ່ານວ່າ “ພຣ” ແລະ ແລ້ວຄອນນີ້ຈຶ່ງຊື່ວ່າ “ພຣະເພັງ” (ຄຳວ່າເພັງມີຄວາມເປັນມາຂອງຊື່ຕໍ່ໄປນີ້ ເມື່ອຄົນທາງເໜືອອກສຽງກັບກາຍເປັນ “ ຄອນພະເພັງ “, ເພາະຄົນທາງເໜືອເມື່ອຂຽນ ເພງ ຈະຂຽນວ່າ ເພັງ ມີຫຼາຍຄຳ ທີ່ຄົນທາງເໜືອ ອອກສຽງຜິດ ເຊັ່ນ  “ ສົມບູນ “ ມັນເປັນ “ສົມບຸນ” ສະນັ້ນຄໍາວ່າ ຄອນພຣະເພງ ພ້ຽນໄປເປັນຄອນພຣະເພັງ ນັ້ນເກີດຈາກຄວາມເຂົ້າໃຈຜິດຂອງຄົນຕ່າງຖິ່ນ ຈຶ່ງຂຽນບໍ່ຖືກຕາມຄວາມໝາຍເດີມຂອງຊື່ຄອນແຫ່ງນີ້ ທີ່ມາ ແລະ ຄວາມເປັນມາຂອງຊື່ “ຄອນພະເພັງ”

ຄອນພະເພັງ”  ນັ້ນມີທີ່ມາ 2 ກະແສດັ່ງນີ້ຄື:

1 ກະແສທີ່ໜື່ງຄືວ່າ ຄອນພະເພັງ ທີ່ຊາວໂລກໃຫ້ສັນຍານາມວ່າ ແອງກລາ ຕາເວັນອອກ ນີ້ເມື່ອກອນ ຈະມີສຽງດັງກ້ອງກັງວານໄກ ໄປຮອດຈຳປາສັກ ແລະ ພູພຽງບໍຣິເວນ, ທາງຕາເວັນອອກ ຮອດສາຍພູແດນແກວ, ທາງໃຕ້ຮອດກະແຈະ, ທາງຕາເວັນຕົກ ຮອດເມືອງຕໍ່ (ສຸຣີນ), ເພະມີຄໍາໜື່ງທີ່ຄົນທາງາໃຕ້ອາຍຸ 40-50 ປີ ມັກເວົ້າຄຳກ່ອມລູກວ່າ ຮອດມາຕໍ່ເຮົາໄດ້ກີນປາ ຮອດເມືອງລາເຮົາໄດ້ກິນເຂົ້າ ມີຄຳກ່າວອີຄຳໜື່ງວ່າ ເມື່ອຊາວສີພັນດອນ ໄປຫຼົງປ່າຫາກຢາກຮູ້ວ່າ ສີພັນດອນຢູ່ທີ່ໃດ ໃຫ້ຂື້ຕົ້ນໄມ້ ຈະຍິນສຽງຄອນພະເພັງດັງ ກໍ່ຈະໄປຫາສີພັນດອນຖຶກ ສຽງນີ້ດັງຕະຫຼອດຍາມແລ້ງ ແລະ ຍາມຝົນ, ຈົນມາຮອດສະໄໝຝຣັງເຂົ້າມາປົກຄອນລາວ ພວກເຂົ້າຈະລ່ອງໄມ້ສັກຈາກບໍ່ແກ້ວ, ໄຊຍະບຸຣີ ດ້ວຍແພ ຕາມລຳແມ່ນໍ້າຂອງລົງໄປຂະເໝນ ອອກສູ່ທະເລຈີນໃຕ້ ເມືອງໄຊງ່ອນ. ເມື່ອແພໄປຮອດທາງດອນຄອນແລ້ວເຂົາຈະປ່ອຍແພລົງແກ້ງ ແຕ່ຈະປັງຄັບໃຫ້ແພໄມ້ສັກໄປທາງດອນເດດ ແລະ ດອນຄອນ ຫຼື ທາງລີ່ຜີ ແຕ່ແພໄມ້ສັກຂະບວນໜື່ງ ໄດ້ໄຫຼໄປທາງຕາເວັນອອກເລີຍໄປຕົກໃສ່ຄອນພະເພງ ແລະ ແລ້ວ ໄມ້ສັກຈຶ່ງໄປຕົກຖືກລີ້ນຄອນພະເພງນັ້ນຫັກແຕ່ນັ້ນມາສຽງເພງແຫ່ງຄອນພະເພງກໍບໍ່ດັງເລີຍແຕ່ບັດນັ້ນ. ໃນປະຈະບັນນີ້ສຽງຄອນພະເພງຈະດັງສະເພະຍາມຝົນ ເວລາ 3-4 ໂມງໄກ້ຈະແຈ້ງ ຈະດັງຮອດເມືອງໂຂງ, ເມືອງແສນ, ຂະເໝົາ ຖ້າໃຜໄປທາງສີພັນດອນຍາມພັນສານັ້ນ ກໍ່ໃຫ້ສັງເກດເບິ່ງຜູ້ກ່ຽວຢັ້ງຢືນ ເພາະບ້ານເກີດຢູ່ແຖວຂະເໝົາ ເມືອງແສນ, ສະນັ້ນ ຄຳວ່າຄອນພະເພງນັ້ນ ມີທີ່ມາຈາກສຽງຄອນພະເພງ ດັງເໝືອສຽງເພງຈາກສະຫວັນ ໝາຍຄວາມວ່າ ສຽງເພງທີ່ປະເສີດນັ້ງເອງ, ສຽງນັ້ນຍັງເຕືອນບອກໃຫ້ຊາວດອນຮູ້ອີກວ່າ ຫາກດັງຕອນຫົວຄໍ່າ ນໍ້າຈະມາກ ຫາກດັງຕອນໄກ້ຊິແຈ້ງນໍ້າຈະປົກ.

2 ກະແສທີ່ສອງນີ້ ຄືວ່າ ບໍ່ວ່າຍາມແລ້ງ ແລະ ຍາມຝນ ສຽງຄອນພະເພງກໍ່ດັງເໝືອນສຽງເພງ ຮອດບັດນີ້ບໍ່ເຊື່ອລອງໄປເບິ່ງ, ເພະແຖວນັ້ນ ເມື່ອກອນເປັນປາສົມບູນ ມີສັດສາວາສິ່ງຮ້ອງຂັບຂານ ກ່ອມກັບສຽງນໍ້າຕົກຕາດ ເລີຍກາຍເປັນສຽງເພັງເໝືອນດັ່ງສຽງເພງຈາກສວາງສະຫວັນສຸຄາໄລ.

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image