ນ້ຳລອດພູ – LAOZOOM

ສະຖານທີທ່ອງທ່ຽວ ນ້ຳລອດພູ ບ້ານນາທົ່ງ ເມືອງນາໝໍ້ ແຂວງ ອຸດົມໄຊ ນ້ຳລອດພູແຫ່ງນີ້ ຕັ້ງຢູ່ບ້ານນາທົ່ງ ຢູ່ຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 8 ກິໂລ ແມັດ, ສະພາບເສັ້ນທາງເຂົ້າເຖິງນ້ຳອອກຮູຈາກທາງເລກ 13 ເໜືອເຂົ້າໄປປະມານ 1 ກິໂລແມັດ, ເປັນເສັ້ນທາງດິນແດງ. ລັກສະນະຂອງນ້ຳອອກຮູແມ່ນໄຫຼອອກຈາກໜ່ວຍພູທີ່ໃຫຍ່ ແລະ ຍາວຫຼາຍກິໂລແມັດ ເຊິ່ງພວກເຮົາບໍ່ສາມາດເຂົ້າໄປສຳຫຼວດຈົນສຸດໄດ້ ຍ້ອນສະພາບທຸລະກັນດານ ແລະ ມີຄວາມສ່ຽງສູງ. ພວກເຮົາສຳຫຼວດແລ້ວພຽງແຕ່ປະມານ 4 ກິໂລແມັດດ້ວຍທິມງານນັກວິທະຍາສາດຈາກສະຫະພັນຢູໂຣບໃນປີ 2010. ທ່າແຮງຂອງນ້ຳລອດພູນີ້ຕັ້ງຢູ່ໃກ້ທາງເລກ 13 ເໜືອ ສະຖານທີ່ຮາບພຽງເໝາະສົມໃນການພັກຜ່ອນ, ຊົມບັນຍາກາດເຢັນສົດຊື່ນ, ສວຍງາມ ແລະ ຢູ່ບໍ່ໄກຈາກຕົວເມືອງນາໝໍ້ເໝາະກັບການພັດທະນາການທ່ອງທ່ຽວເຊື່ອມຕໍ່ກັບແຂວງຫຼວງນ້ຳທາ ແລະ ສປ ຈີນ ທີ່ເດີນທາງມາຕາມທາງເລກ 13 ເໜືອ.

ປະຫວັດຄວາມເປັນມາຂອງນ້ຳລອດພູບ້ານນາທົ່ງ

ນ້ຳລອດພູແຫ່ງນີ້ ໄດ້ຄົ້ນພົບໃນປີ ຄສ 2000 ແລະໃຫ້ຄົນເຂົ້າທ່ຽວຊົມປີຄສ 2003. ເປັນນ້ຳແຫ່ງໜຶ່ງທີ່ສວຍງາມເກີດຂຶ້ນຕາມທຳມະຊາດ, ນ້ຳສະອາດ, ເຢັນດີເໝາະແກ່ການໄປທ່ຽວຊົມອາບນ້ຳ ແລະ ຊົມທິວທັດທຳມະຊາດໃນພື້ນທີ່ດັ່ງກ່າວ. ຕົ້ນນ້ຳລອດພູນີ້ມີຫ້ວຍກະສາປ່ອງໃສ່ຫ້ວຍຫ່ານ ເຊິ່ງໄຫຼມາຈາກພູ ບ້ານນ້ຳປີດ ໄຫຼເຂົ້າພູກະສາຫຼັກ 24. ຄຳວ່າພູກະສາແມ່ນມີບໍ່ແຮ່ຊືນເຜົ່າກຶມມຸເອີ້ນວ່າ(ກະສາມາອອກ) ຢູ່ບ້ານນາທົ່ງເປັນຫ້ວຍນ້ຳຍາວອອກມາຈາກຮູພູເປັນສາຍນ້ຳ, ເປັນຫາດ, ເປັນວັງ, ຫີນ ແລະ ມີຕາດຢູ່ບ່ອນໜຶ່ງເຂົ້າໄປປະມານ 150-200 ແມັດ, ສູງປະມານ 5-10 ແມັດແຕ່

ມີພະພຸດທະຮູບຢູ່ຫົວຕາດດັ່ງກ່າວ. ຖ້ຳນ້ຳລອດພູຫຼືນ້ຳອອກຮູທີ່ປະຊາຊົນ ເມືອງນາໝໍ້ ພາກັນຮຽກຊື່ວ່ານ້ຳລອດພູຍ້ອນວ່ານ້ຳອອກມາຈາກຮູພູ.

(ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image