ນ້ຳຕົກຕາດຊາຍ – LAOZOOM

 ນ້ຳຕົກຕາດຊາຍ ເປັນນ້ຳຕົກແຫ່ງໜຶ່ງ ທີ່ມີຊື່ສຽງໃນເຂດເມືອງທ່າພະບາດ ກໍ່ຄືແຂວງບໍລິຄຳໄຊ ເຊິ່ງຕັ້ງຢູ່ບ້ານຫາດໄຄ້ ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ໃກ້ກັບຕາດເລິກ. ຕາດຊາຍ ແມ່ນໄດ້ມີມາແຕ່ດົນນານ ແລະ ໃນເມື່ອກ່ອນ ບໍ່ມີໃຜຮູ້ວ່າ ນໍ້າຕົກຕາດຊາຍເກີດຂຶ້ນເມື່ອໃດ ໃນເມື່ອກ່ອນ ແມ່ນຍັງບໍ່ມີຄົນຮູ້ຫຼາຍ ມີແຕ່ປະຊາຊົນໃນແຖບນັ້ນທີ່ຮູ້ຈັກ ຈົນວ່າຖືກຄົ້ນພົບ ແລະ ເປີດເປັນສະຖານທີ່ທ່ອງທ່ຽວຢ່າງເປັນທາງການ ເມື່ອວັນທີ 26 ກັນຍາ 2003. ນ້ຳຕົກຕາດຊາຍຢູ່ຫ່າງຈາກທາງ ເລກທີ 13ໃຕ້ ປະມານ 16 ກິໂລແມັດ.

ຖ້າເດີນທາງມາແຕ່ນະຄອນຫຼວງວຽງຈັນ ແມ່ນລ້ຽວຊາຍເຂົ້າໄປທາງແບ່ງ ບ້ານປ່າໄລ່ ແລ້ວລ້ຽວຂວາເຂົ້າ ບ້ານຫາດໄຄ້. ນ້ຳຕົກຕາດຊາຍເປັນນ້ຳຕົກຕາດ ທີ່ມີທິວທັດທາງທຳມະຊາດຊີວະນາໆພັນ ທີ່ສວຍງາມ ເລາະລຽບຕາມຕາມສາຍທາງແຄມນ້ຳຕົກຕາດ ມີດອກເຜິ້ງຫຼາຍສາຍພັນ ທີ່ເກີດຈາກທໍາມະຊາດ ດອກເຜິ້ງດັ່ງກ່າວ ເປັນດອກໄມ້ ທີ່ອານຸລັກ ແລະ ປົກປັກຮັກສາ ໂດຍປ່າສະຫງວນແຫ່ງຊາດພູເຂົາຄວາຍ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນຂົງເຂດນັ້ນ. ນອກຈາກນັ້ນແລ້ວໃນບໍລິເວນດັ່ງກ່າວ ຍັງມີຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ປ່າໄມ້ປ້ອງທີ່ຄອຍເປັນຮົ່ມເງົາໃຫ້ກັບແຂກທີ່ມາທ່ຽວຊົມ.

(ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image