ຖໍ້າຕິ່ງ – LAOZOOM

  ຖໍ້າຕິ່ງ ເປັນຖໍ້າ ທີ່ສັກສິດ (ຕາມຄວາມເຊື່ອ ຖືຂອງຄົນ ທ້ອງຖິ່ນ) ຕັ້ງຢູ່ແຄມ ແມ່ນໍ້າຂອງ ກົງກັນຂ້າມ ບ້ານປາກອູ ຫ່າງຈາກ ຕົວເມືອງ ຫລວງພະບາງ ໄປທາງທິດ ເໜືອຕາມ ລໍາແມ່ນໍ້າຂອງ 32 ກິໂລແມັດ. ເລົ່າກັນວ່າ: ຖໍ້າຕິ່ງ ເປັນຖໍ້າ ທີ່ສັກກາລະ ທາງສາສະໜາ ເກີດຂຶ້ນເທື່ອ ທໍາອິດ ໃນຂະນະທີ່ຊາວບ້ານຊ່າຍັງ ເຊື່ອຖືຜີ ຫລື ເທວາພິບານທໍາມະຊາດຢູ່ ແລະ ຖໍ້າແຫ່ງນີ້ ເຄີຍເປັນ ເທວາ ສະຖານແຫ່ງ ເຈົ້າທີ່ ແມ່ນໍ້າ. ຕໍ່ມາກໍ ມີກຸ່ມຄົນຍ້າຍ ເຂົ້າມາຕັ້ງ ຖິ່ນຖານໃໝ່ ເທື່ອທໍາອິດ ເມື່ອກາງ ສະຕະ ວັດທີ VIII ແລະ ພາຍຫລັງ ໄດ້ຍ້າຍລົງ ມາຈາກ ພາກໃຕ້ ປະເທດຈີນ, ອິດທິພົນ ຂອງພະພຸດ ທະສາສະໜາ ກໍຖືກເຜີຍແຜ່ ເຂົ້າທ້ອງຖິ່ນນີ້ ຈາກການຕັ້ງ ຖິ່ນຖານ ຢູ່ດົນ ພໍສົມຄວນ, ມາຮອດ ສະຕະວັດທີ XVI ຝ່າຍວັງ ໄດ້ຊົງຣາຊະ ອຸປະຖໍາຖໍ້າ ແຕ່ເວລານັ້ນ ຈົນເຖິງປີ 1975. ເມື່ອປີໃໝ່ລາວ ມາຮອດ ແຕ່ລະປີ, ເຈົ້າຊີວິດ ໄດ້ສະເດັດໄປ ຖໍ້າ ແລະ ຊາວເມືອງ ຫລວງພະບາງ ເຊິ່ງເປັນສ່ວນ ສໍາຄັນ ໃນພິທີ ບຸນປີໃໝ່ລາວ.

ຖໍ້າຕິ່ງ ປະກອບມີ 2 ຖໍ້າຄືຖໍ້າຕິ່ງລຸ່ມ ແລະ ຖໍ້າຕິ່ງເທິງ, ຖໍ້າຕິ່ງລຸ່ມມີ ຂັ້ນໄດຂຶ້ນລົງ ຈາກທ່າເຮືອ ເຖິງຖໍ້າ ແລະ ຢູ່ພາຍໃນ ຖໍ້າມີພະພຸດ ທະຮູບ ຈໍານວນຫລາຍ ເຊິ່ງສ່ວນ ຫລາຍເຮັດດ້ວຍໄມ້ ທີ່ເມື່ອກ່ອນ ປະຊາຊົນ ໄດ້ນໍາມາຖວາຍປະດິດ. ສ່ວນຖໍ້າຕິ່ງ ເທິງສູງກວ່າ ຖໍ້າລຸ່ມ 50 ແມັດ ແລະ ມີຂັ້ນໄດເຊື່ອມຕໍ່ໃສ່ກັນ, ຢູ່ພາຍໃນຖໍ້າມີພະພຸດທະຮູບໃຫຍ່ຫລາຍອົງ ແລະ ໄດ້ກໍ່ສ້າງ ປະຕູ ເພື່ອເປີດ- ປິດປາກ ຖໍ້າຕື່ມອີກ. ທີ່ເປັນຈຸດສົນໃຈຂອງນັກທ່ອງທ່ຽວທີ່ມາທ່ຽວຖໍ້າຄື “ແທ່ນ” ທີ່ຢູ່ໃກ້ທາງເຂົ້າເຊິ່ງ ເປັນບ່ອນ ບູຊາດອກໄມ້ ແລະ ທູບທຽນ, ມີຮູບສິງປ້ອງກັນທາງເຂົ້າ ແລະ ຍັງມີປະຕິມາກໍາຮູບຄວັດ “ພະລືສີ” ທີ່ມາຈາກເລື່ອງ ພະຣັກພະຣາມ, ໂຄງຄືໂຄງ ພະທາດໃຫຍ່ຕັ້ງ ຢູ່ເທິງຖານສູງສຸດມີເຈດີຂະໜາດນ້ອຍຕັ້ງຢູ່ໜ້າຜາທາງໃຕ້ ເຊິ່ງມີກະດູກຂອງຊາວບ້ານ ທີ່ເສຍຊີວິດ ໃນສະໄໝນັ້ນ ເກັບໄວ້ ມີນໍ້າອອກ ບໍ່ນ້ອຍໆ ຢູ່ໃນຖໍ້າ ໃຊ້ເປັນ ນໍ້າມົນ ໃນການປະກອບ ພິທີບຸນປີໃໝ່ ແຕ່ລະປີ.

 (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image