ຖ້ຳ​ອ່າງ​ຫລວງ – LAOZOOM

ຖ້ຳ​ອ່າງ​ຫລວງ (ອ່າງ​ໃຫຍ່)ສະຖານທີ່ຕັ້ງແມ່ນຢູ່ ບ້ານນາມ່ວງ ​ເມືອງ​ວັງ​ວຽງຫ່າງຈາກຕົວເມືອງເຂົ້າໄປຫາສະຖານທີ່ທ່ອງທ່ຽວຖໍ້າອ່າງຫລວງແມ່ນມີໄລຍະທາງປະມານ 8 ກິໂລແມັດ

ຄວາມເປັນມາຂອງຖໍ້າອ່າງຫລວງ: ໃນສະໄຫມສົງຄາມ ປະຊາຊົນໃນເຂດນີ້ ໄດ້ອາໃສຖໍ້າດັ່ງກ່າວ ໄວ້​ເປັນ​ບ່ອນລີ້ຊ່ອນສັດຕູ ແລະ ເກັບຮັກສາເຄື່ອງຂອງທີ່ມີຄ່າ, ຢູ່​ບໍລິ​ເວນ​ດ້ານ​ລຸ່ມ​ຂອງ​ຖ້ຳ ມີ​ປ່າ​ໄມ້​ດົກໜາ, ມີອ່າງນ້ຳ​​ໃສ​ເຢັນຂະໜາດທີ່ໃຫ່ຍ ແລະ ມີຄວາມເລິກ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ ຖ້ຳ​ອ່າງ​ຫລວງ (ອ່າງ​ໃຫຍ່)ຄົ້ນພົບໃນປີ 1985, ເລີ່ມພັດທະນາໃນປີ 2014 ແລະ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນປີ 2017 ເຊີ່ງແມ່ນການລົງມືສຳປະທານ ແລະ ພັດທະນາຂອງເອກະຊົນລາວ

ປັດຈຸບັນກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ນັກທ່ອງທ່ຽວ ລາວ, ​ໄທ, ເກົາຫລີ,​ຈີນ ແລະ ນັກທ່ອງທ່ຽວເອີຣົບ  ທີ່ເຂົ້າມາພັກຜ່ອນ ແລະ ສຳພັດກັບກິດຈະກຳຕ່າງໆພາຍໃນສະຖານທີ່ທ່ອງທ່ຽວເປັນຕົ້ນແມ່ນກິດຈະກຳໂດດນໍ້າ, ຂີ່ສະລີງ ປີນຜາຊົມທຳມະຊາດພາຍໃນຖໍ້າ (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image