ຕາດຫ້ວຍໄຄ້ – LAOZOOM

ຕາດຫ້ວຍໄຄ້ ບ້ານຜາວີ ຢູ່ຫ່າງຈາກເທດສະບານເມືອງຫຼາ ແຂວງອຸດົມໄຊ ປະມານ 12 ກິໂລ ແມັດ ເສັ້ນທາງດິນແດງ ການເຂົ້າເຖິງຂ້ອນຂ້າງລຳບາກໃນໄລຍະລະດູຝົນ, ເປັນບ້ານຊົນເຜົ່າກຶມມຸ 100%. ມີ 40 ຫຼັງຄາເຮືອນ, ມີປະຊາກອນ 200 ກວ່າຄົນ, ປະຊາຊົນສ່ວນຫຼາຍມີອາຊີບເຮັດໄຮ່, ເຮັດສວນ ປູກເຂົ້າ, ສາລີ, ໝາກຖົ່ວ, ໝາກໄມ້ໃຫ້ໝາກອື່ນໆ ຕື່ມອີກ.

ຕາມຄວາມເລົ່າຂານຂອງເຖົ້າແກ່ໃນເມື່ອກ່ອນມີຜາຫີນຄ້າຍກັບຮູບວີປົກຢູ່ເທິງໜ້າຜາ ໃນສະໄໝນັ້ນຜາຫີນດັ່ງກ່າວມີຮູເຂົ້າໄປຂ້າງໃນ ແລະ ໃນນັ້ນມີເງິນມີຄໍາຈຳນວນຫຼວງຫຼາຍບົ່ມຊ້ອນຢູ່ໃນຜາຫີນນັ້ນ, ມາເຖິງປີ 1964 ເນື່ອງຈາກວ່າ ຟ້າຝ່າໝົດມື້ໝົດຄືນ (1 ວັນ 1ຄືນ) ຈຶ່ງເຮັດໃຫ້ຮູດັ່ງກ່າວສູນຫາຍໄປ ໃນສະໄໝນັ້ນບ້ານຜາວີເອີ້ນວ່າ: ບ້ານກຸງຣັງ ຕໍ່ມາຈຶ່ງໄດ້ປ່ຽນຊື່ເປັນບ້ານຜາລີ. ສາເຫດກໍຍ້ອນວ່າ ເບື້ອງຕົ້ນເຂົາເຈົ້າເອີ້ນວ່າເຂດຜາວີ ແລະ ຕາແສງຜາວີ ແຕ່ໃນເຂດນີ້ບໍ່ມີບ້ານໃດຊື່ວ່າ: ບ້ານຜາວີ,

ຈາກນັ້ນ ທ່ານ ຊຽງຈັນສຸກ ພະນັກງານຫ້ອງການ ສ້າງຊາດເມືອງ ພ້ອມດ້ວຍຄະນະກໍໄດ້ຄົ້ນຄວ້າປ່ຽນຊື່ບ້ານ ຈາກຊື່ບ້ານກຸງຣັງ ມາເປັນບ້ານຜາວີ ໃນປີ 2000 ຈາກນັ້ນມາກໍເອີ້ນບ້ານຜາວີເຖິງປັດຈຸບັນ.  (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image