ຕາດຄູນ – LAOZOOM

ຕາດຄູນ ຕັ້ງຢູ່ບ້ານຂອນແກ່ນ ເມືອງນາກາຍ ຫ່າງຈາກຕົວເມືອງປະມານ 40 ກິໂລແມັດ ໂດຍໃຊ້ເຮືອໂລ (ທີ່ເຮັດຈາກຖັງນໍ້າມັນຍົນ) ເປັນພະຫະໃຊ້ເວລາ 2 ຊົ່ວໂມງປາຍ, ຖ້າໃຊ້ເຮືອຫາງຍາວທີ່ເຮັດດ້ວຍໄມ້ແມ່ນ 4-6 ຊົ່ວໂມງ ເປັນນໍ້າຕົກຕາດຂະໜາດໃຫຍ່, ມີຄວາມສູງປະມານ 4-7 ແມັດ, ກວ້າງປະມານ 30-50 ແມັດ.

ຕາດຄູນຕັ້ງຢູ່ສາຍນໍ້າອອກ ເຊິ່ງມີທຳມະຊາດທີ່ສວຍງາມ ເໝາະສົມກັບການທ່ອງທ່ຽວຫຼາຍທີ່ສຸດ ເປັນຕົ້ນແມ່ນການເຮັດກິດຈະກຳທາງນໍ້າເຊັ່ນ: ໂດດນໍ້າ, ລອຍນໍ້າ, ຕຶກເບັດປາສູດ, ຂີ້ເຮືອທ່ຽວອ່າງນໍ້າ, ຖ້າໂຊກດີ ທ່ານຍັງສາມາດເຫັນສັດຫຼາຍຊະນິດເປັນຕົ້ນແມ່ນ ນົກເປັດນໍ້າ, ນົກຍາງຂາວ, ນົກຄໍງູ, ລິງ ແລະ ຝູງຊ້າງທີ່ລົງມາກິດນໍ້າຕາມແຄມນໍ້າ. (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ).

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image