ຕາດຄະ – LAOZOOM

​ລະ​ຫວ່າງ​ເສັ້ນທາງໂພນ​ສະຫວັນຫາ​​ ເມືອງ​ໜອງ​ແຮດ 99 ກິ​ໂລ​ແມັດ, ​​ແລະ ຈາກ​ທາງ​​ເລກ 7 ​ເຂົ້າ​ໄປປະມານ 5 ກິ​ໂລ​ແມັດ, ທ່ານ​ສາມາດ​ພົບ​ເຫັນ​ຕາດ​ຄະ ທີ່​ເປັນຕາ​ດທຳ​ມະ​ຊາດ ​ມີ​ຄວາມ​ສວຍ​ງາມ​ເປັນ​ຢ່າງ​ຍິ່ງ. ພາຍ​ໃນ​ຕາດ​ ປະກອບ​ດ້ວຍ​ຫຼາຍ​ຂັ້ນ. ​ໃນ​ນັ້ນ ຂັ້ນສຸດ​ທ້າຍ​ມີ​ຄວາມ​ສູງປະມານ 40​-50 ​ແມັດ. ​ແຕ່ລະ​ຂັ້ນ ມີ​ຄວາມ​ສວຍ​ງາມ​ ແລະ ສາມາດ​​ຍ່າງ​ໄດ້​ແຕ່​ລຸ່ມຂຶ້ນ​ເທິງ. ຄວາມ​ກ້ວາງ​ຂອງ​ຕາດ​ ປະມານ 40-50 ​ແມັດ. ພາຍ​ໃນ​ຕາດ ​ແລະ ອ້ອມ​ຂ້າງ ​ປະກອບ​ດ້ວຍ​ຕົ້ນ​ໄມ້ ​ແລະ ຊີວະ​ນາໆ​ພັນ​ ທີ່​ອຸດົມສົມບູນ. ຕາດ​ຄະ ​ມີ​ນ້ຳ​ໄຫຼ​ຕະຫຼອດ​ປີ ​ເປັນ​ນ້ຳ​ທີ່​ເກີດ​ຈາກ​ຮູ​ຜາ.

ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຍັງ​ຈະ​ຕ້ອງ​ໄດ້ຈັດ​ສັນ​ແຫຼ່ງທ່ອງ​ທ່ຽວ​ຄືນ​ໃໝ່, ສ້າງ​ແຫຼ່ງທ່ອງ​ທ່ຽວ​ທີ່​ສາມາດ​ເຊື່ອມ​ຕໍ່​ກັນ ​ເຮັດ​ໃຫ້​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ຄື​ກັບ​ວ່າ​ບໍ່​ເດີນທາງ​ໄກ​ປານ​ໃດ ​ແລະ ສ້າງ​ສິ່ງ​ຮອງ​ຮັບ​ຕ່າງໆ ​​​ໄວ້ຄອຍ​ບໍລິການ​ນັກ​ທ່ອງ​ທ່ຽວ​ ທີ່​ມາ​ທ່ຽວ​ຊົມ.

 (ແຫຼ່ງຂໍ້ມູນ: ອົງການທ່ອງທ່ຽວແຫ່ງຊາດ)

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

Show all timings
  • Monday09:00 AM - 05:00 PM
  • Tuesday09:00 AM - 05:00 PM
  • Wednesday09:00 AM - 05:00 PM
  • Thursday09:00 AM - 05:00 PM
  • Friday09:00 AM - 05:00 PM
building Own or work here? Claim Now! Claim Now!

imageYour request has been submitted successfully.

image