ພະທາດຫຼວງນໍ້າທາຕັ້ງຢູ່ ບ້ານໄຊສົມບູນ, ເມືອງ ແລະ ແຂວງຫຼວງນ້ຳທາ, ສ້າງສຳເລັດໃນປີ 2007. ໂດຍການຮ່ວມແຮງຮ່ວມໃຈ ຂອງເຈົ້າສັດທາ ຈາກປະຊາຊົນ ຜູ້ມີຈິດໃຈເຫຼື່ອມໃສ ໃນສາດສະໜາພຸດ ໄດ້ພາກັນສ້າງພະທາດນີ້ຂຶ້ນມາ, ເພື່ອສັກກາລະບູຊາ, ໃນທຸກໆ ປີ ລະຫວ່າງ ເດືອນກຸມພາ ເພິ່ນຈະຈັດງານສະຫຼອງ ພະທາດຫລວງນ້ຳທາ ຂຶ້ນ ຢູ່ບໍລິເວນ ພະທາດຫຼວງນ້ຳທາ, ໃນງານດັ່ງກ່າວມີການຄົບງັນເຄື່ອງອັດທະ ຂອງເຈົ້າສັດທາ, ມີການວາງສະແດງຜະລິດຕະພັນ ທ້ອງຖິ່ນ,
ທ່ານສາມາດເຂົ້າຫາແຫຼ່ງທ່ອງທ່ຽວ ດັ່ງກ່າວ ໄດ້ຢ່າງສະດວກສະບາຍ ແລະ ຈາກຈຸດ ດັ່ງກ່າວທ່ານສາມາດຊົມທິວທັດ ເທດສະບານແຂວງຫຼວງນ້ຳທາ ໄດ້ຢ່າງສວຍງາມ.
talk
talk