ນໍ້າຕົກຕາດ ຮ້ອຍຄົວ – LAOZOOM

ສະຖານທີ່ຕັ້ງຂອງສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ ແມ່ນຕັ້ງຢູ່ບ້ານ ປາກຫຼືງ, ເມືອງ ຈອມເພັດ , ແຂວງຫລວງພະບາງ ເສັ້ນທາງໄປແມ່ນມີຄວາມສະດວກສະບາຍ ເປັນທາງປູຢາງ ແຕ່ຕ້ອງໄດ້ຂ້າມບັກໄປຊຽງແມນກ່ອນ ຈາກຊຽງແມນໄປຫາຕາດປະມານ 15 ກິໂລແມັດກໍຮອດແລ້ວ.

ນໍ້າຕົກຕາດຮ້ອຍຄົວ   ເຕັມໄປດ້ວຍສວນດອກໄມ້ທີ່ສວຍງາມ ດອກໄມ້ມີການປ່ຽນພັນທຸກໆສາມເດືອນຕາມລະດູຂອງນາໆພັນ ແລະ ທີ່ສໍາຄັນຍັງມີນໍ້າຕົກຕາດທີ່ງົດງາມ ລໍຖ້າການຢ້ຽມຢາມຂອງບັນດານັັກທ່ອງທ່ຽວສາຍທໍາມະຊາດທັງຫລາຍ. ເມື່ອທ່ານໄດ້ມາສໍາຜັດດ້ວຍຕົນເອງ ທ່ານຈະຮູ້ສຶກ ສົດຊື່ນເຫມືອນດັ່ງກັບເຈົ້າຍິງ ເຈົ້າຊາຍກໍາລັງຍ່າງຫລິ້ນຢູ່ທ່າມກາງສວນດອກໄມ້ຫລາຍພັນຕົ້ນ ທີ່ເບັ່ງປານສວຍງາມຫລາກຫລາຍສີ ໃຫ້ຄວາມຮູ້ສຶກສົດຊື່ນຜ່ອນຄາຍກັນເລີຍ.

ນະທີ່ຕາດຮ້ອຍຄົວແຫ່ງນີ້ ໄດ້ສົມຍານາມວ່າເປັນສວນດອກໄມ້ໃນປ່າໃຫຍ່ ເພາະທາງເຈົ້າຂອງກິດຈະການໄດ້ຮວບຮວມສາຍພັນໄມ້ໄວ້ຢ່າງຫລາກຫລາຍສາຍພັນມາປູກຢູ່ທີ່ນີ້ ທັງສາຍພັນຈາກພາຍໃນ  ແລະ ຕ່າງປະເທດ ເພື່ອໃຫ້ບັນດານັກທ່ອງທ່ຽວ ທີ່ໄດ້ມາໄດ້ຊື່ນຊົມຄວາມສວຍງາມທີ່ຫາເບິ່ງໄດ້ໂດຍບໍ່ຕ້ອງໄປໄກເຖິງຕ່າງປະເທດເລີຍ.

ປັດຈຸບັນນີ້ ທີ່ຕາດຮ້ອຍຄົວແມ່ນໄດ້ເປີດໃຫ້ບໍລິການແລ້ວ ໂດຍພາຍໃຕ້ການຮັກສາມາດຕະການ ການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ແລະ ມາທີ່ນີ້ແມ່ນມີຄົບທຸກຢ່າງໄວ້ຄອຍບໍລິການທ່ານເຊັ່ນ:

ລາຍການທີ່ 01. ເຂົ້າຊົມ ນໍ້າຕົກຕາດ ຮ້ອຍຄົວ – ຊົມຕົ້ນໄມ້ໃຫຍ່ – ສວນດອກໄມ້

ຄ່າເຂົ້າຊົມໃນແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ ນໍ້າຕົກຕາດຮ້ອຍຄົວ

  • ຄົນຕ່າງປະເທດ ( ຜູ້ໃຫຍ່) 35,000 ກີບ
  • ຄົນລາວ (ຜູ້ໃຫຍ່) 25,000 ກີບ
  • ເດັກນ້ອຍສູງ 90 cm-120 cm 10,000 ກີບ

ລາຍການທີ່ 02 ເພີດເພີນກັບອາກາດສົດໆ ຂອງການຂີ່ສະລິງກັບ 15 ສະຖານີ ຫຼື  1.3 ກິໂລແມັດໄປຕາມຮ່ອມພູເທີງຕົ້ນໄມ້ ແລະ ຊົມຄວາມງາມຂອງສວນດອກໄມ້ກ່ອນຈະລົງທີ່ຈຸດສິ້ນສຸດ ຂີ່ສະລິງ

  • ລາຄາ 350,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ລາຍການທີ່ 03 ເລີ່ມຈາກການປີນຂື້ນໄປຫາຖານຫຼີ້ນເທິງຕົ້ນໄມ້ ແລ້ວທ້າທາຍຕົວເອງດ້ວຍອຸປະສັກດ່ານຕ່າງໆເຖິງ 14 ຟອມ

  • ລາຄາ 450,000 ກີບ/ຄົນ

ກິດຈະກຳຂີ່ຊ້າງໃນແຄັມ

ລາຍການທີ່ 04 ເລີ່ມຈາກລົງໄປແຄັມຊ້າງ, ຂີ່ຊ້າງພາຍໃນແຄັມໃຊ້ເວລາປະມານ 10 ນາທີ

  • ລາຄາ 250,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ລາຍການທີ່ 05 ເລີ່ມຈາກລົງໄປແຄັມຊ້າງ, ຂີ່ຊ້າງທ່ຽວຊົມຄວາມງາມຂອງສວນດອກໄມ້ໃຊ້ເວລາປະມານ 30 ນາທີ

  • ລາຄາ 550,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ກິດຈະກຳໄຕ່ເຊືອກ ແລະ ຂີ່ສະລິງ

ລາຍການທີ່ 06 ທ້າທາຍຄວາມໄວ ແລະ ຄວາມສົມດູນຮ່າງກາຍຂອງທ່ານ ດ້ວຍການໄຕ່ເຊືອກຮູບແບບທີ່ແຕກຕ່າງກັນເຖິງ 15 ຟອມ, ຕໍ່ດ້ວຍການເພີດເພີນກັບອາກາດສົດໆຂອງການຂີ່ສະລິງກັບ 15 ສະຖານີ ຫຼື 1,3 ກິໂລແມັດໄປຕາມຮ່ອມພູເທິງຕົ້ນໄມ້ ແລະ ຊົມຄວາມງາມຂອງສວນດອກໄມ້ກ່ອນຈະລົງທີ່ຈຸດສິ້ນສຸດສະລິງ

  • ລາຄາ 750,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ລາຍການທີ່ 07 ເພີດເພີນກັບອາກາດສົດໆ ຂອງການຂີ່ສະລິງກັບ 15 ສະຖານີ ຫຼື  1.3 ກິໂລແມັດໄປຕາມຮ່ອມພູເທີງຕົ້ນໄມ້ ແລະ ຊົມຄວາມງາມຂອງສວນດອກໄມ້ກ່ອນຈະລົງທີ່ຈຸດສິ້ນສຸດ ຂີ່ສະລິງ ຕໍ່ດ້ວຍການຍ່າງໄປຫາແຄັມຊ້າງ ຂີ່ຊ້າງຢູ່ພາຍໃນແຄັມໃຊ້ເວລາປະມານ 10 ນາທີ

  • ລາຄາ 550,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ລາຍການທີ່ 08 ທ້າທາຍຄວາມໄວ ແລະ ຄວາມສົມດູນຮ່າງກາຍຂອງທ່ານ ດ້ວຍການໄຕ່ເຊືອກຮູບແບບທີ່ແຕກຕ່າງກັນເຖິງ 14 ຟອມ ຕໍ່ດ້ວຍການຍ່າງໄປຫາແຄັມຊ້າງ ຂີ່ຊ້າງຢູ່ພາຍໃນແຄັມໃຊ້ເວລາປະມານ 10 ນາທີ

  • ລາຄາ 650,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ລາຍການທີ່ 09 ເພີດເພີນກັບອາກາດສົດໆ ຂອງການຂີ່ສະລິງກັບ 15 ສະຖານີ ຫຼື  1.3 ກິໂລແມັດໄປຕາມຮ່ອມພູເທີງຕົ້ນໄມ້ ແລະ ຊົມຄວາມງາມຂອງສວນດອກໄມ້ກ່ອນຈະລົງທີ່ຈຸດສິ້ນສຸດຂີ່ສະລິງ ຕໍ່ດ້ວຍການຍ່າງໄປຫາແຄັມຊ້າງ ຂີ່ຊ້າງທ່ຽວຊົມຄວາມງົດງາມສວນດອກໄມ້ໃຊ້ເວລາປະມານ 30 ນາທີ

  • ລາຄາ 850,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ກິດຈະກຳໄຕ່ເຊືອກ ແລະ ຂີ່ຊ້າງທ່ຽວຊົມສວນດອກໄມ້

ລາຍການທີ່ 10 ເລີ່ມຈາກການປິນຂື້ນໄປຫາຖານຫຼີ້ນເທິງຕົ້ນໄມ້ເພື່ອຫຼີ້ນກິດຈະກຳໄຕ່ເຊືອກ ແລ້ວທ້າທາຍຕົວເອງດ້ວຍອຸປະສັກດ່ານຕ່າງໆເຖິງ 14 ຟອມຕໍ່ດ້ວຍການຢ່າງໄປຫາແຄັມຊ້າງ ຂີ່ຊ້າງທ່ຽວຊົມຄວາມງົດງາມສວນດອກໄມ້ໃຊ້ເວລາປະມານ 30 ນາທີ

  • ລາຄາ 950,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

ກິດຈະກຳໄຕ່ເຊືອກ, ຂີ່ສະລິງ ແລະ ຂີ່ຊ້າງທ່ຽວຊົມສວນດອກໄມ້

ລາຍການທີ່ 11 ເລີ່ມຈາກການປີນຂື້ນໄປຫາຖານຫຼີ້ນເທິງຕົ້ນໄມ້ ເພື່ອຫຼີ້ນກິດຈະກຳໄຕ່ເຊືອກແລ້ວ ທ້າທາຍຕົວເອງດ້ວຍອຸປະສັກດ່ານຕ່າງໆເຖິງ 14 ຟອມ ແລະ ເພີດເພີນກັບອາກາດສົດໆ ຂອງການຂີ່ສະລິງກັບ 15 ສະຖານີ ຫຼື 1,3 ກິໂລແມັດ ໄປຕາມຮ່ອມພູເທິງຕົ້ນໄມ້ ແລະ ຊົມຄວາມງາມຂອງສວນດອກໄມ້ກ່ອນຈະລົງທີ່ຈຸດສິ້ນສຸດສະລິງ ຕໍ່ດ້ວຍການຍ່າງໄປຫາແຄັມຊ້າງ ຂີ່ຊ້າງທ່ຽວຊົມຄວາມງົດງາມສວນດອກໄມ້ໃຊ້ເວລາປະມານ 30 ນາທີ

  • ລາຄາ 1,250,000 ກີບ/ຄົນ
  • ລາຍການນີ້ແຖມຟຣີຄ່າເຂົ້າຊົມແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ

Email: rsvn@greenjunglepark.com

Mobile: +856 20 58443668, 02058677617

Office: +856 71 253899

www.greenjunglepark.com

Laozoom – ສູນລວມ ແຫຼ່ງທອງທ່ຽວ ໃນລາວ

Rate us and Write a Review

Cleanliness

Service

Ambience

Price

Browse

Your review is recommended to be at least 140 characters long

image

building Own or work here? Claim Now! Claim Now!

imageYour request has been submitted successfully.

image